ແຂວງລອງອານມານະພະຍາຍາມດຶງດູດການລົງທຶນເພື່ອກໍ່ສ້າງ,ພັດທະນາເສດຖະກິດສັງຄົມ

(vovworld) - ໂດຍນອນ​ໃນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້, ແຂວງ​ລອງ​ອານ ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມິນ ກັບ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ. ແຂວງ​ມີ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ຕິດ​ກັບ​ປະ​ເທດ​ກຳ​ປູ​ເຈຍ, ມີ​ດ່ານ​ຊາຍ​ແດນ​ໃຫ​ຍ່. ດ້ວຍ​ທ່າ​ແຮງນີ້, ແຂວງ​ລອງ​ອານ ​ຈຶ່ງມີ​ຍຸ​ດ​ທະ​ສາດ​ດຶງ​ດູດ​ການ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ສົ່ງ​ເສີມ​ການ​ລົງ​ທຶນ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ດ້ວຍ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ແບບ​ຍືນ​ຍົງ. ບົດ​ຂຽນ “ແຂວງ​ລອງ​ອານ ມາ​ນະ​ພະ​ຍາ​ຍາມ​ດຶງ​ດູດ​ການ​ລົງ​ທຶນ ເພື່ອກໍ່​ສ້າງ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ”, ຂອງ ວູ​ຢຸງ, ນັກ​ຂ່າວ VOV.


ແຂວງລອງອານມານະພະຍາຍາມດຶງດູດການລົງທຶນເພື່ອກໍ່ສ້າງ,ພັດທະນາເສດຖະກິດສັງຄົມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
ກວດ​ກາ​ການ​ວາງ​ແຜນ​ຜັງ​ແຂວງ​ລອງ​ອານ
(ພາບ: tienphong.vn)

ປະ​ຈຸ​ບັນ, ແຂວງ​ລອງ​ອານມ​ີ​ເຂດ​ອຸດ​ສາ​ຫະ​ກຳ 28 ແຫ່ງ, ດ້ວຍ​ເນື້ອ​ທີ່ກວ່າ 10.000 ​ເຮັກ​ຕາ. ປະ​ຈຸ​ບັນ​ມີ 37 ປະ​ເທດ ແລະ ເຂດ​ແຄ້ວນ​ມາ​ລົງ​ທຶນ​ໂດຍ​ກົງ​ເຂົ້າ​ແຂວງ​ລອງ​ອານ ດ້ວຍ​ເກືອບ​ 1.300 ໂຄງ​ການ, ຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ເກືອບ 140.000 ຕື້​ດົ່ງ. ປະ​ຈຸ​ບັນ, ແຂວງ​ລອງ​ອານ ພວມ​ນຳ​ໜ້າ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ຢືນ​ອັນ​ດັບ​ທີ 12/63 ແຂວງ, ນະ​ຄອນ​ຂອງ​ທົ່ວ​ປ​ະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI. ​ສາຍ​ເຫດ​ທີແຂວງ​ລ​ອງ​ອານ ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່​​ຈຸດ​ສຸມ​​ເພື່ອໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​ເຂົ້າມາ​ລົງ​ທຶນ ຍ້ອນ​ໃນ​ໄລ​ຍະ​ຜ່ານ​ມາ, ແຂວງ​ມີ​ນະ​ໂຍ​ບາຍ​ຫຼາ​ຍ​ຢ່າງ​ເພື່ອ​ປັບ​ປຸງ​ລະ​ບ​ຽບ​ການ​ບໍ​ລິ​ຫານ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​​ທີ່​ສຸດ​ເພື່ອ​ໃຫ້​ນັກ​ລົງ​ທຶນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ລົງ​ທຶນ​ທ​ຳ​ການຜະ​ລິດ, ​​ດຳ​ເນີນທຸ​ລະ​ກິດ. ​ພ້ອມ​ກັນນັ້ນ, ດ້ວຍ​ທີ່​ຕັ້ງ​ພູມ​​ສາດ​ທີ່​ສະ​ດວກ, ລອງ​ອານ ແມ່ນ​ທ້ອງ​ຖິ່​ນ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ຫານ ດ້ວຍ​ເນື້ອ​ທີ່​ດິນ​ທີ່​ສະ​ຫງວນ​ໃຫ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແມ່ນ​ໃຫຍ່​​ພໍ​ສົມ​ຄວນ, ຂຶ້ນ​ເຖິງ 13.500 ເຮັກ​ຕາ ຮອ​ດ​ປີ 2020 ແລະ ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ຮອບ​ດ້ານ​ພໍ​ສົມ​ຄວນ.

        ເພື່ອ​ສ້າງ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການພັດ​ທະ​ນາ​​ໃຫ້​ໃຫຍ່​ຫຼວງກວ່າ, ດຶງ​ດູດ​ນັກ​ລົງ​ທຶນ​​ໄດ້ຫຼາຍກວ່າ​ອີກ, ​ທ່ານປະ​ລິ​ຍາ​ເອກ ໂດ້​ທຽນ​ແອງ​ຕ໋ວນ, ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ຖື​ວ່າ: ລອງ​ອານ ຕ້ອງ​ຍູ້​ແຮງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​​ໃຫ້​ດ​ີ, ສ້າງ​ສຳ​ເລັດ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃກ້​ຄຽງ. ແຂວງ​ລອງ​ອານ ຕ້ອງ​ມີ​ຈີນ​ຕະ​ນາ​ການ​ພັດ​ທະ​ນາ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ເຂດ ແລະ ອຳ​ນາດ​ການ​ປົກ​ຄອງ​ແຂວງ ຕ້ອງ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ນັກ​ລົງ​ທຶນ​ຢ່າງ​ແທ​້​ຈິງ.

        “​ພື້ນ​ຖານ​ໂຄງ​ລ່າງ​ກ່ຽວ​ກັບ​ຖະ​ໜົນ​ຫົນ​ທາງ​ຂອງລອງ​ອານ ຍັງ​ອ່ອນ​ດ້ອຍ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ກີດ​ຂວາງ​, ເຮັດ​ໃຫ້​ລອງ​ອານ ບໍ່​ສາ​ມາດ​ເຊື່ອມ​ຕໍ່​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້, ບໍ່​ສາ​ມາດ​ກາຍ​ເປັນ​ເຂດ​ພົວ​ພັນ​ແລ​ກ​ປ່ຽນ​ດ້ານ​ການ​ຄ້າລະ​ຫວ່າງ 2 ເຂດ​ເສດ​ຖະ​ກິດ​ກະ​ສິ​ກຳ ແລະ ອຸດ​ສາ​ຫະ​ກຳ​ໄດ້​ຢ່າງ​ແທ​້​ຈິງ. ຕ້ອງ​ເຮັດ​ໃຫ້​ແນວ​ຄິດ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​​ກ່ຽວ​ກັບພ​ູມ​​ສາດ​ລະ​ຫວ່າງ​ລອງ​ອານ ແລະ ນະ​ຄອນ​ໂຮ່​ຈິ​ມິນ ຈຶ່ງ​ບັນ​ລຸ​ຜົນ​ສຳ​ເລັດ”.

        ແຂ​ວງ​ລອງ​ອານ ໄດ້​ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ດຶງ​ດູດ​ການ​ລົງ​ທຶນ​ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ປັບ​ປຸງ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ແຮງ; ຖື​ສ່ວນວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ກ​ໍ​ຄື​ໃນ​ວິ​ວັດ​ການ​ທີ່ແຂວງ ລອງ​ອານ ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​​ເສດ​ຖະ​ກິດ​​ຄືນ​ໃໝ່ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ. ແຂວງ ລອງ​ອານ ຈະ​ຄັດ​ເລືອກ​ບັນ​ດາ​ວິ​ທີ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ດຶງ​ດູດ​ບັນ​ດາ​ຂະ​ແໜງ​​ການຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ດ້ວຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ທີ່​ແຕກ​ຕ່າງ​ກັນ​. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ​ລອງອ​ານ​ປີ 2016 ຫວ່າງ​ແລ້ວນ​ີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໃຫ້​ຂໍ້​ສັງ​ເກດ​ວ່າ: ໂດຍນອນ​ໃນ​ເຂດ ດົ່ງ​ທາບ​ເມື່ອຍ ທີ່ກວ້າງ​ໃຫຍ່, ແຂວງ ລອງ​ອານ ຍັງ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ກະ​ສິ​ກຳ. ດ້ວຍ​ບັນ​ດາ​ທ່າ​ແຮງນັ້ນ, ລອງ​ອານ​ ຈະ​ບືນ​ຕົວ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ແຂວງ​ນຳ​ໜ້າ​ເສດ​ຖະ​ກິດ​ຢ່າງ​ແຮງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ.

        “ແຂວງ​ຕ້ອງ​ຕ​ັ້ງ​ໜ້າ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຍູ້​ແຮງ​ການ​ເຈ​ລະ​ຈາ​ກັບ​ວິ​ສາ​ຫະ​ກິດ; ປະ​ຕິ​ບັດ​ລັດ​ຖະ​ບານ​ແຫ່ງ​ການກໍ່ສ້າງ​​ດ້ານ​ຄຸນ​ນະ​ທາດ ແມ່ນ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ຖ້າ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ທີ່ນີ້​ໄດ້​ດີ, ບັນ​ດາ​ວິ​ສາ​ຫະ​ກິດ​​ກໍ່ຈະ​​ເຂົ້າມາ​ແຂວງນີ້​ເພື່ອ​​ທຳ​ມາ​ຫາ​ກິນ. ສະ​ພາບ​ແວ​ດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​ຢູ່​ລອງ​ອານ ໃນ​ເບື້ອງ​ຕົ້ນໄດ້​ດີ. ​ທາງແຂວງ​​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ດ້ານ​ນະ​ໂຍ​ບາຍ ກັບ ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​​ຄ້າງ​ຄາ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ”.

        ລອງ​ອານ ມີບ​ັນ​ດາ​ເງື່ອນ​ໄຂ​ສະ​ດວກ​ສ້າງ​​ເປັນ​ບາດ​ກ້າວ​ບຸກ​ທະ​ລຸ ເພື່ອ​​ຮ​ອດ​ປີ 2020, ແຂວງ ລອງ​ອານ ກາຍ​ເປັນ​ແຂວງ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ, ແຕ່​ຍາມ​ໃດ​ແຂວງກໍ່​ຢືນ​ຢັນ​ຮັກ​ສາ​ທັດ​ສະ​ນະ​ເດີມ ນັ້ນແມ່ນໂຄງ​ການ​ຕ້ອງ​ຮັບ​ປະ​ກັນ​ສິ່ງ​ແວ​ດ​ລ້ອມ​ຂຽວ, ສະ​ອາດ, ເຕັກ​ໂນ​ຊີ​ໃນ​ການແກ້​ໄຂ​ສິ່ງ​ແວ​ດ​ລ້ອມ​ຕ້ອງ​ບັນ​ລຸ​ມາດ​ຕະ​ຖານ. ຕາ​ມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ ແລ້ວ, ແຂວງ​ຕ້ອງ​ເອົາ​ໃຈ​ໃສ່​ການ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຢ່າງ​ຮຽບ​ຮ້ອຍ ແລະ ຕິດ​ພັນ​ກັບ​ກ​ານ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ.

        “ກ່ອນ​ອື່ນ​ໝົດ, ການ​​ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ພວມ​ແມ່ນ​ໜ້​າ​ທີ່​ຈຸດ​ສຸມ​ສຳ​ຄັນ. ການ​ນຳ​ແຂວງ ລອງ​ອານ ຕ້ອງ​ສົ່ງ​ເສີມ​ວິ​ວັດ​​ທະ​ນາການນີ້. ກົງ​ກັນ​ຂ້າມ, ນະ​ຄອນ​ໂຮ່​ຈິ​ມິນ ກໍ່ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ແຂວງ​ລອງ​ອານ. ເພາະ​ນັ້ນ​ແມ່ນ​ທາງອອກ​ຂອງ​ນະ​ຄ​ອນ​ໂຮ່​ຈິ​ມິນ. ບັນ​ຫາ​ທີ່​ໄດ້​ວາງ​ອອກ​ໃຫ້​ແຂວງ​ ລອງ​ອານ ນັ້ນແມ່​ນ​ຕ້ອງ​ມີລະ​ບົບ​ທາງ​ບົ​ກ ​ທີ່ເຊື່ອມ​ຕໍ່​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ​ແຂວ​ງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ທ່າ​ກ່ຳ​ປັ່ນ ລອງ​ອານ”.

        ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​​ດຳ​ເນີນ​ທຸ​ລະ​ກິດທີ່​ສະ​ດວກ, ​ມີ​ຄວາມປ​ອດ​ໂ​ປ່ງ ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ… ແຂວງ ລອງ​ອານ ພວມ​ກາຍ​ເປັນ​ຈຸດ​ນັດ​ພົບ​​ອັນ​ດູດ​ດື່ມ​ສຳ​ລັບ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ ແລະ ສາ​ກົນ​. ຍາມ​ໃດ​ແຂວງ ລອງ​ອານ ກໍ​ຢືນ​ຢັນ​ຈະ​ຮ່ວມ​ເດີນ​ທາງ, ແບ່ງ​ປັນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ແລະ ພ້ອມ​ກັນ​ສ້າງ​ທິດ​ທາງ​ທີ່​ໝັ້ນ​ຄົງ​ໃຫ້​ຜົ​ນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຂວງ.


ຂ່າວ/ບົດ​ອື່ນ