ແຂວງຮ່ານາມ ພັດທະນາກະສິກຳເຕັກໂນໂລຊີສູງ

(vovworld) - ​​ຢູ່​ຫ​ວຽດ​ນາມ, ທ່າ​ອ່ຽງ​ຮ່ວມ​ສຳ​ພັນ​ຊາວ​ກະ​ສິ​ກອນ​ປະ​ກອບ​ທີ່​ດິນ​ທ​ຳ​ການ​ຜະ​ລິດ ແລະ ສ້າງ​ໜ້າ​ພຽງ​ສະ​ອາດ​ເພື່ອໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ ໄດ້​ ແລະ ພ​ວ​ມ​ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ໃນ​ການ​ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສ​ູງ. ຮ່າ​ນາມ ເຊິ່ງ​ແມ່ນ​ແຂວງ​ຜະ​ລິດ​ກະ​ສິ​ກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ເຂດ​ທົ່ງພຽງ​ພາກ​ເໜືອ​ຫວຽດ​ນາມ ທີ່​ບັນ​ລຸ​ໄດ້​ຜົນ​ງານ​ເບື້ອງ​ຕົ້ນ​ໃນ​ຂົງ​ເຂດ​ດັ່ງ​ກ່າວ. ບົດ​ຂຽນ “ແຂວງ​ຮ່າ​ນາມ ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສ​ູງ” ຂອງ ມິງ​ລອງ, ນັກ​ຂ່າ​ວ VOV.


ແຂວງຮ່ານາມ ພັດທະນາກະສິກຳເຕັກໂນໂລຊີສູງ - ảnh 1ແຂວງ​ຮ່າ​ນາມ ພັດທ​ະ​ນາ​ກະ​ສິ​ກຳ​ເຕັກ​ໂນໂລ​ຊີ​ສູງ
(ພາບ: hanam.gov.vn)

ແຂວງ​ຮ່າ​ນາມ ໄດ້ວາງ​ແຜນ​ຜັງ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ 4 ແຫ່ງ ຢູ່​ບັນ​ດາ​ເມືອງ ບິ່ງ​ລູກ, ລິ໋​ເຍີ​ນ ດ້ວຍ​ເນື້ອ​ທີ່​ດິນກວ້າງ​ປະ​ມານ 300 ​ເຮັກ​ຕາ, ໃນ​ຈຳ​ນວນ​ເນື້ອ​ທີ່​ດິນທັງ​ໝົດ ​500 ເຮັກ​ຕາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຄື: VinGroup, ບໍ​ລິ​ສັດ​ໃຫຍ່​ສະ​ໜອງ​ແນວ​ພັນ​​​ປູກ​ສູນ​ກາງ… ເລື່ອງ​ສ້າງ​ຕັ້ງ​ບັນ​ດາ​ເຂດ​ຜະ​ລິດ​​ຜະ​ລິດຕະ​ພັນ​ກະ​ເສດ, ຜັກ, ໝາກ​ໄມ້​ທີ່​ມີ​ຄຸນ​ນະ​ພາບ​ສູງ ພວມ​ຫັນ​ປ່ຽນ​ປະ​ເພ​ນີ​ການ​ປູກ​ຝັງ​ເທື່ອລະ​ກ້າວ ກໍ​່ຄື​ເປີດ​ກາ​ລະ​ໂອ​ກາດ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະ​ສິ​ກອນຢູ່​ບັນ​ດາ​ເຂດ​ຜະ​ລິດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ. ເມື່ອ​ປະ​ກອບ​ທີ່​ດິນ​ທຳ​ການ​ຜະ​ລິດ, ຊາວ​ກະ​ສິ​ກອນ​ຈະ​ໄດ້​ຮັບ​ສາ​ລີ 150 ກິໂລກຣາມ/ໄລ່/ປີ ຈາກວິ​ສາ​ຫະ​ກິດ, ຊຶ່ງ​ຈະ​ຄິດ​ເປັນ​ເງິນ​ດ້ວຍ​ມູນ​ຄ່າ​ປະ​ມານ 7000 ດົ່ງ/ ກິໂລກ​ຣາມ ໃນ​ຮອບ​ເວ​ລາ 10 ປີ. ແຂວງ​ຮ່າ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ຄ່າ​ບຳ​ລຸງ​ສ້າງ​ຖ້າ​​ຫາກຊາວ​ກະ​ສິ​ກອນ​ຢາກ​ເປັນ​ກຳ​ມະ​ກອນ​ໃນ​ບັນ​ດາ​ຮູບ​ແບບ​ຂອງວິ​ສາ​ຫະ​ກິດ… ທ່ານ ເລ​ວັນ​ເຊີນ, ຊາວ​ກະ​ສິ​ກອນ ຕາ​ແສງ ເຍີ​ນ​ບິ່ງ, ເມືອງ​ລິ໋​ເຍີນ​, ແຂວງ ຮ່າ​ນາມ ໃຫ້​ຮູ້​ວ່າ.

        “ເມືຶ່​ອ​​ໄດ້​ຮັບ​ຊາບ​ແຜນ​ນະ​ໂຍ​ບາຍ​ປະ​ກອບ​ທີ່​ດິນ​ທຳ​ການ​ຜ​ະ​ລິດ, ​ໃນ​ເບື້ອງ​ຕົ້ນຊາວ​ກະ​ສິ​ກອນ​ຍັງ​ບໍ່​ທັນ​ມີ​ຄວາມ​ເຊື່ອ​ໝັ້ນ, ແຕ່​ພາຍ​ຫຼັງ​​ວິ​ສາ​ຫະ​ກິດ​ຜັນ​ຂະ​ຫຍາຍແຜນ​ການນີ້, ຊາວ​ກະ​ສິ​ກອ​ນ​ມີ​ຄວາມ​ເບີກ​ບານ​ໃຈ​ຫຼາຍ. ໄລ່ມາ​ຮອດ​ປະ​ຈ​ຸ​ບັນ, ​ພວກ​ຂ້າ​ພະ​ເຈົ້​າ​ໄດ້​ເຫັ​ນ​ປະ​ຈັກ​ຕາ​ກາ​ນ​ຜະ​ລິດ​ທີ່​ບັນ​ລຸ​ປະ​ສິດ​ທິ​ຜົ​ນ. ​ເຮົາ​ມີ​ເນື້ອ​ທີ່​ດິນ, ແຕ່​ຕົນ​ເອງບໍ່​ມີ​ວິ​ທະ​ຍາ​ສາດ​ເຕັກ​ນິກ ສະ​ນັ້ນ​ບໍ່​ສາ​ມາດ​ຜ​ະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ມູນ​ຄ່າ​ສູງໄດ້, ແຕ່​ປະ​ຈຸ​ບັນ​​ມີວິ​ສາ​ຫະ​ກິດ​ມາ​ລົງ​ທຶນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ແລ້ວ, ດ້ວຍ​ເນື້ອ​ທີ່​ດິນ 1 ໄລ່ຊາວ​ກະ​ສິ​ກອນອາດ​ສາ​ມາດຜະ​ລິດ​ໄດ້​ຜະ​ລິດ​ຕະ​ພັນ​ຫຼາຍ​ຢ່າງ, ຜ່ານ​ນັ້ນ​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ເພີ່ມ​ຂຶ້ນ, ໃນ​ອະ​ນາ​ຄົ​ດ​​ລຸ່ນລູກ​ລຸ່ນ​ຫຼານກໍ່​ໄດ້​​ຊົມ​ໃຊ້​ໝາກ​ຜົນ​ນີ້”.

        ເຂດ​ອຸ​ດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຮ່າ​ນາມ ແມ່ນ​ຮູບ​ແບບ​ເຕົ້າ​ໂຮມ​ເນື້ອ​ທີ່​​ດິນ​​ນາ​ຂອງ 300 ຄອບ​ຄົວ, ​ ​​ດ້ວຍການເຊົ່າ​ເນື້ອ​ທີ່​ດິນ​ເປັນ​ເວ​ລາ 20 ປີ, ເພື່ອ​ສ້າງ​ເປັນ​ເຂດ​ຜະ​ລິດ​ຜັກ, ໝາກ​ໄມ້​ສົ່ງ​ອອກ​ສະ​ເພາະ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສ​ູງ. ບັນ​ດາ​ນັກ​ລົງ​ທຶນ​ຫວັງ​ວ່າ, ນີ້​ຈະ​ກາຍ​ເປັນ​​ສູນ​ຜະ​ລິດໝາກ​ແຕງ​ຫອມໃຫຍ່ກວ່າ​ໝ​ູ່​ຢູ່​ພາກ​ເໜືອ, ຮັບ​ໃຊ້​ຄວາມ​ຕ້ອງ​ການ​​ຢູ່​ພາຍ​ໃນ​ປະ​ເທດ ແລະ ການ​ສົ່ງ​ອອກ, ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖານ​​ຂອງ​ບັນ​ດາ​ຕະ​ຫຼາດ​ທີ່​ຕ້ອງ​ການ​ມີ​ຄຸນ​ນະ​ພາບ​ສູງ​ຄື: ຍີ່​ປຸ່ນ, ສະ​ຫະ​ພາບ​ເອີ​ລົບ - ອີ​ຢູ, ອາ​ເມ​ລິ​ກາ. ທ່ານ​ນາງ ເຈີນ​ກິມ​ລຽນ, ປະ​ທານ​ສະ​ພາ​ຄຸ້ມ​ຄອງ, ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້​ນ​ສ່ວນ​ແນວ​​ພັນ​ປູກ​ສູນ​ກາງ, ໃຫ້​ຮູ້​ວ່າ.

        “ໃນ​ປີ 2017, ວິ​ສາ​ຫະ​ກິດ​ຈະ​ສຸມ​ໃສ່​ລົງ​ທຶນ​ໄລ​ຍະ 1 ດ້ວຍ​ຂອບ​ຂະ​ໜາດລົງ​ທຶນ​ທັງ​ໝົດ​ກ​່ຽວ​ກັບ​​ເຮືອນ​ແກ້ວປະ​ມານ 21 ​ເຮັກ​ຕາ. ທັດ​ສະ​ນະ​ຂອງວິ​ສາ​ຫະ​ກິດ​ແມ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ດ້ວຍ​ການ​ລົງ​ທຶນ​ຕ່ຳ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ສຳ​ຄັນ​ທີ່​ສຸດ​ແມ່ນ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ດັ່ງ​ກ່າ​ວ​ຕ້ອງ​ໄດ້​ນຳ​ໃຊ້​ຢ່າງ​ກ້​ວາງ​ຂວາງ ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ເຂົ້າ​ຮ່ວມລະ​ບົບ, ​​ໃນ​ຂະ​ນະ​ນັ້ນ, ​ບໍ​ລິ​ສັດ​ຈະ​ສວ​ມ​ບົດ​ບາດ “ລົງ​ທຶນ​ເປັນ​ແກ່ນ​ສານ”, ກາຍ​ເປັນ​ສູນ​ບຳ​ລຸງ​ສ້າງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ. ເດືອນ 05/2017 ພວກ​ຂ້າ​ພະ​ເຈົ້າ​ຈະ​ມີ​ຜະ​ລິດ​ຕະ​ພັນ​ທຳ​ອິດ ແມ່ນ​​ໝາກ​ແຕງ​ຫອມ​ເພື່ອນ​ຳອອກ​ສູ່​ຕະ​ຫຼາດ​ຈຳ​ໜ່າຍ ແລະ ມຸ່ງ​ໄປ​ເຖິງ​ບັນ​ດາ​ຂັ້ນ​ຕອນ​ອື່ນໆໃນຕະ​ຫຼາດ”.

        ເຕັກ​ໂນ​ໂລ​ຊີ​ສ​ູງ​ແມ່ນ​ຄຳ​ຕອບ​ໃຫ້​ເລື່ອງ​​ຮັບ​ປະ​ກັນ​ສຸ​ຂະ​ອະ​ນາ​ໄມ​ດ້ານ​​ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ເສດ​ມີ​ຄຸນ​ນະ​ພາບ​ສູງ, ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່. ແຂວງ ຮ່າ​ນາມ ກຳ​ນົດ​ວ່າ, ວິ​ສາ​ຫະ​ກິດ​ທັງ​ເປັນ “ແກ່ນ​ສານ” ທັງ​ເປັນ​ກຳ​ລັງ​ໜູນ​ເພື່ອ​​​ນຳ​ກະ​ສິ​ກຳ​​ມຸ່ງ​ໄປເຖິງ​ການ​ຜະ​ລິດ​ສິນ​ຄ້າ​ລວມ​ສູນດ້ວຍ​ຂອບ​ຂະ​ໜາດ​ໃຫຍ່. ທ່ານ ຈ້ຽວ​ກ໋ວກ​ດາດ, ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ຮ່າ​ນາມ ໃຫ້​ຮູ້​ວ່າ: ແຂ​ວງ ໄດ້​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຄື: ໄຟ​ຟ້າ, ທາງ​ຄົມ​ມະນາ​ຄົມ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ແຂວງ​ຮ່າ​ນາມ ຈະ​ສືບ​ຕໍ່​ເຊີນ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຄວາມ​ສາ​ມາດ​​ດ້ານ​ການ​ເງິນ, ລົງ​ທຶນ​ກໍ່​ສ້າງໂຮງ​ງານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​​ເພື່ອ​ສ້າງ​ລະ​ບົບ​ຜະ​ລິດ ຜະ​ລິດ​ຕະ​ພັນ​ກະ​ເສດ​ຄົບ​ວົງ​ຈອນ, ສ້າງ​ເງື່ອນ​ໄຂ​ຈຳ​ໜ່າຍ​ສົນ​ອອກ​ໃຫ້​ຜະ​ລິດ​ຕະ​ພັນ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ເສ​ນາ​ທິ​ການ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ເຕົ້າ​ໂຮມ​ເນື້ອ​ທີ່​ດິນ, ມີ​ເນື້ອ​ທີ່ກວ້າງ​ຂ​ວາງ ຈຶ່ງ​ດຶງ​ດູດ​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ​ໄດ້. ຈາກນັ້ນ, ​ກໍ່​ນຳ​ໃຊ້​​ພາ​ຫະ​ນະເຄື່ອງ​ຈັກ, ນຳ​ໃຊ້​ວ​ິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຮັດ​ໃຫ້​ປ່ຽນ​ແປງ​​ໂສມ​ໜ້າ​​ຂອງກາ​ນ​ຜ​ະ​ລິດ​ກະ​ສິ​ກຳ​ຂອງ​ທ້ອ​ງ​ຖິ່ນ”.


ແຂວງຮ່ານາມ ພັດທະນາກະສິກຳເຕັກໂນໂລຊີສູງ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ໋ກ
ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ແຂວງ​ຮ່າ​ນາມ
(ພາບ: cand.com.vn)

ຮູບ​ແບບ​ດັ່ງ​ກ່າວ​ຂອງ​ແຂວງ​ຮ່າ​ນາມ ໄດ​້​ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນ​ໃນ​ການ​ດຶງ​ດູດ​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ. ໃນ​ການ​ໄປ​ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ແຂວງ​ຮ່າ​ນາມ ໃນ​ຕົ້ນ​ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ໋ກ ຊີ້​ແຈ້ງວ່າ: ນີ້​ແມ່ນ​ຮູບ​ແບບ​ທີ່​ດີ​ກ່ຽວ​ກັບ​ກະ​ສິ​ກຳ​ເຊິ່ງ​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ. ເປີດກ​ວ້າງ​ຂອບ​ເຂດ​ກະ​ສິ​ກຳ, ເຕົ້າ​ໂຮມ​ເນື້ອ​ທີ່​ດິນ​ຢ່າງ​ແຮງກວ່າ, ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ວິ​ທະ​ຍາ​ສາດ​ເຂົ້າ​ໃນ​ການ​ຜະ​ລິດ, ມີ​ທຶນ​ຮັບ​ໃຊ້ໃຫ້​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສ​ູງ​ແມ່ນ​ຄຳ​ຕອບ​ໃຫ້​ແກ່​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ