ແງ່ຫວັງເສດຖະກິດຫວຽດນາມປີ 2017

(vovworld)_ ປີ 2016 ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ເຫດ​ການ ແລະ ຜົນ​ງານ​ຫຼາຍ​ຢ່າງທາງ​ດ້ານ​ເສດ​ຖະ​ກິດ​​ທີ່ສຳ​ຄັນ, ນັ້ນ​ແມ່ນ​, ປີ​ທ​ຳ​ອິດ​ຂອງ​ລັດ​ຖະ​ບານ​ໃໝ່ - ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສາ ແລ​ະ ການ​​ກະ​ທຳ​ດ້ວຍ​ບັນ​ດາ​ມາດ​ຕະ​ກາບ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​, ດຳ​ເນີນ​ທຸ​ລະ​ກິ​ດ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ ແລະ ຊຸກ​ຍູ້​ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ນ​ີ້ກໍ່​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້ ຫວຽດ​ນາມ ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2017. ບົດ​ຂຽນ “ແງ່​ຫວັງ​ເສດ​ຖະ​ກິດ​ຫວຽດ​ນາມ​ປີ 2017” ຂອງ​ຕວນ​ຕູ໋, ນັກ​ຂ່າວ VOV.

ແງ່ຫວັງເສດຖະກິດຫວຽດນາມປີ 2017 - ảnh 1
ພາບ​ປະ​ກອບ


      
ໜຶ່ງ​ໃນ​ບັນ​ດາ​ຈຸ​ດ​ພົ້ນ​ເດັ່ນ ແລະ ກໍ່​ແມ່ນ​ຂີດ​ໝາຍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປີ​ຜ່ານ​ມາ, ນັ້ນ​ແມ່ນ​ການ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ໜູ​ນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫ​ະ​ກິດ​ເຖິງ​ປີ 2020 ແລະ ໃນ​ປີ 2016, ຫວຽດ​ນາມ ມີ​ວິ​ສ​າ​ຫະ​ກິດ​ໄດ້​​ຮັບ​ກ​ານສ້າງ​ໃຫມ່ 110.100 ແຫ່ງ.  ເຖິງວ່າ​ລະ​ດັບ​ການ​ເຕີບ​ໂຕ GDP ໃນ​ປີ 2016 ບໍ່​ທັນ​ບັນ​ລຸ​ໄດ້​ຄາດ​ໝາຍ​ໂດຍ​ສະ​ພາ​ແຫ່ງ​​ຊາດ​ວາງ​ອອກ​ແມ່ນ​ 6,7%, ແຕ່​ວ່າ, ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກບໍ່​ສະ​ດວກ, ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຍ້ອນ​, ສິ່ງ​ແວ​ດ​ລ້ອມ​ທະ​ເລ​ມີ​ການ​ຜັນ​ແປ​ຢ່າງສັບ​ສົນນັ້ນ​ເພື່ອ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ 6,21% ແມ່ນ​ຜົນ​ສຳ​ເລັດ​ແລ້ວ. ທ່ານ ຮ່າກວາງ​ຕ໋​ວຽນ, ຫົວ​ໜ້າ​ກົມ​ລະ​ບົບ​ບັນ​ຊີ​ແຫ່ງ​ຊາດ, ກົມ​ໃຫຍ່​ສະ​ຖ​ິ​ຕິ ໃຫ້​ຮູ້​ວ່າ:

        “ເປັນ​ຄັ້ງ​ທຳ​ອິດ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັ​ບສູງ​ກ່​ວາ ແຕ່​ບໍ່​ ຂຶ້ນ​ກັບການ​ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ການ​ສົ່ງ​ອອກ​ສິນ​ຄ້າ​ເກີນ​ດຸ່ນ​ໄດ້​ຮັບ​ການ​ຟື້ນ​ຟ​ູ​ຄືນ​ໃໝ່. ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ອັ​ດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ກໍ່​ມີຫຼາຍ​ຈຸດ​ທີ່​ຕັ້ງ​ໜ້າ ແລະ ເປັນ​ປົກ​ກະ​ຕິ. ດັ່ງ​ນັ້ນ, ການ​​ແຮ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ຮັບ​ຖື​ວ່າ​ມີ​ລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄ​ຸມ​ເປັນ​ຢ່າງ​ດີ”

        ໃນ​ປີ 2017, ຄາດ​ໝາຍ​ການ​ເຕີບ​ໂຕ GDP ໃນ​ທົ່ວ​ປະ​ເທດ​ສູ້​ຊົນ​​ບັນ​ລຸ​ໃຫ້ໄດ້ 6,7%, ໄພ​ເງິນ​ເຟີ້​ຕ່ຳ​ກ່​ວາ 4% ແລະ ງົບ​ປະ​ມານ​ຕ້ອງ​ຮັບ​ປະ​ກັນ​ນັບ​ທັງ​​ຂຶ້ນສູນ​ກາງ ແລະ ທ້ອງ​ຖິ່ນ. ປີ 2017, ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຖື​ວ່າ, ທາງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​​ຄາດ​ຄະ​ເນ​ວ່າ​ຈະ​ສືບ​ຕໍ່​ເປັ​ນ​ປົກ​ກະ​ຕິ. ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈະ​ຊ່ວຍ​ໃຫ້ການ​ເຄື່ອນ​ໄຫວ​ປ່ອຍ​ເງິນ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ຮອງ​ສາດ​ສະ​ດາ​ຈານ - ປອ ຟ້າມ​ເຕີດ​ຖັງ, ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຖື​ວ່າ:

        “ປີ 2017 ແມ່ນ​ໄລ​ຍະ​ເປີດ​ຄວາມ​ສະ​ດວກຫຼາຍ​ຢ່າງ​ສ​ຳ​ລັບ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຈະ​ມີຫຼາຍ​ກາ​ລະ​ໂອ​ກາດ, ຕົວ​ຢ່າງ​ຄື: ມີຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ມີ​ຜົນ​ສັກ​ສິດ. ຖ້າ​ວ່າ​ພວກ​ເຮົາ​ໝູນ​ໃຊ້​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສຳ​ພັນ​ທະ​ມິດ​ອາ​ຊີ - ເອີ​ລົບ, ສະ​ຫະ​ພັນ ເອີ​ລົບ, ກັບ ຍີ່​ປຸ່ນ, ສ. ເກົາຫຼີ ນັ້ນ, ສິ່ງ​ດັ່ງ​ກ່າວ​ຈະ​ສ້າງ​ຄວາມ​ສາ​ມາດ​ສົ່ງ​ອອກ​ດີທີ່​ສຸດ. ນອກ​ຈາກ​ບັນ​ດາ​ປະ​ເພ​ດ​ສິນ​ຄ້າ​ຕົ້ນ​ຕໍ່​ອື່ນໆ ໄດ້​ເລີ່​ມ​​ມີຕະຫຼາດ​ສົ່ງ​ອອກ ແລະ ຢຶດ​ຄອງ​ບັນ​ດາ​ຕະຫຼາດ​ທີ່​ຕ​້ອງ​ການ​ຄຸນ​ນະ​ພາບ​ສູງ​ຄື: ຜັກ, ໝາກ​ໄມ້​ໄປ​ສູ່ ຍີ່​ປຸ່ນ, ອາ​ເມ​ລິ​ກາ…”

        ອາ​ດ​ສາ​ມາ​ດ​ເວົ້າ​ໄດ້​ວ່າ, ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ປີ 2017 ຈະ​ພັດ​ທະ​ນາ​ຕາມ​ທິດ​ຕັ້ງ​ໜ້າ, ຍ້ອນ​ໄດ້​ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ສ້າງ​ກຳ​ລັງ​ໃໝ່​ໃຫ້​ແກ່​ພາກ​ເອ​ກະ​ຊົນ ກາຍ​ເປັນ​ກຳ​ລັງ​ໜູນຕົ້ນ​ຕໍ​​ຂອງປີ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າ​ຍ​ອີ​ນ​ເຕີ​ເນັດ​ລະ​ຫວ່າງ​ລັດ​ຖະ​ບານ ກັບ​ບັນ​ດາ​ທ້ອງ​ຖິ່ນ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່, ແຜນ​ການ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊ​ີ້​ແຈ້ງວ່າ ຈຸດ​ສຸມ​ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ​ແມ່ນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ, ກາ​ນ​ເຕີບ​ໂຕ​ສູງ, ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ… ໄລ​ຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ຍູ້​ໄວ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະ ປ່ຽນ​ໃໝ່​ການ​ບໍ​ລິ​ຫານ​ລັດ​ວິ​ສາ​ຫະ​ກິດ ໄປ​ພ້ອມ​ກັບ​ການ​ສົ່ງ​ເສີມ​ການ​ໜູນ​ຊ່ວຍ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ຊຸກ​ຍູ້​ການ​ເລີ່ມ​ທຸ​ລະ​ກິດ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ