ແງ່ຫວັງເສດຖະກິດຫວຽດນາມປີ 2017

(vovworld) - ​ປ​ີ 2016 ຜ່ານ​ໄປ​ແລ້ວ​ດ້ວຍ​ຫຼາຍ​ເຫດ​ການ ແລະ ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ສຳ​ຄັນ, ນັ້ນ​ແມ່ນ​ປີ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ໃໝ່ - ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສາ ແລະ ການກະ​ທຳ ດ້ວຍ​ບັນ​ດາມາດ​ຕະ​ການ​​ປັ​ບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ ແລະ ຊຸກ​ຍູ້​ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ນີ້​ກໍ່​ແມ່ນ​ປະ​ຖ​ົມ​ປັດ​ໃຈ​ເພື່ອ​ໃຫ້​ຫວຽດ​ນາມ ຊຸກ​ຍູ້​ການ​ເຕີບ​ໂຕ​​ເສດ​ຖະ​ກິດໃນ​ປີ 2017. ບົດ​ຂຽນ “ແງ່​ຫວັງ​ເສດ​ຖະ​ກິດ​ຫວຽດ​ນາມ ປີ 2017” ຂອງ​ຕ໋ວນ​ຕູ໋, ນັກ​ຂ່າວ​ VOV.


ແງ່ຫວັງເສດຖະກິດຫວຽດນາມປີ 2017 - ảnh 1
(ພາບ​ປະ​ກອບ: kinhtevadubao.vn)

ໜຶ່ງ​ໃນ​ບັນ​ດາ​ຈຸ​ດ​ພົ້ນ​ເດັ່ນ ແລະ ກໍ່​ແມ່ນ​ຂີດ​ໝາຍ​​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປີ​ຜ່ານ​ມາ, ນັ້ນ​ແມ່ນ​​ເລື່ອງສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​​ວິສາ​ຫະ​ກິດ ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020 ແລະ ໃນ​ປີ 2016, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ 110.100 ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່. ເຖິງ​ວ່າ, ລະ​ດັບເຕີບ​ໂຕ GDP ໃນ​ປີ 2016 ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄາດ​ໝາຍ​ໂດຍ​ສະ​ພາ​ແຫ່ງ​ຊາດ​ວາງ​ອອກ​ແມ່ນ 6,7% ກໍ​ຕາມ, ແຕ່​ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ, ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກບໍ່​​ອຳ​ນວຍ​ຄວາມສະ​ດວກ, ສະ​ພາບ​ການ​​ພາຍ​ໃນ​ປະ​ເທດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ຍ້ອນ​ດິນ​ຟ້າ​ອາ​ກາດ, ສິ່ງ​ແວ​ດ​ລ້ອມ​ທະ​ເລ​ມີ​ການ​ຜັນ​ແປ​ຢ່າງສັບ​ສົນນັ້ນ ​ລະ​ດັບ​ເຕີບ​ໂຕ 6,21% ກໍ່ແມ່ນ​ຜົນ​ສຳ​ເລັດ​ແລ້ວ. ທ່ານ ຮ່າກວາງ​ຕ໋​ວຽນ, ຫົວ​ໜ້າ​ກົມ​ລະ​ບົບບັນ​ຊີ​ແຫ່ງ​ຊາດ, ກົມ​ໃຫຍ່​ສະ​ຖິ​ຕິ ໃຫ້​ຮູ້​ວ່າ.

        “ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ການ​ເຕີບ​ໂຕ​​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ, ແຕ່ບໍ່​​ຂຶ້ນ​ກັບ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ສືບ​ຕໍ່​ບັນ​ລຸ​ລະ​ດັບການ​ສົ່ງ​ອອກ​ສິນ​ຄ້າ​ເກີນ​ດູນ​ຄື​ນ​ໃໝ່. ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ອັດ​ຕາ​ແລກ​ປ່ຽນ​ມີ​ຄວາມຕັ້ງ​ໜ້າ ແລະ ສະ​ຖຽນ​ລະ​ພາບ. ສະ​ນັ້ນ, ການສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດຈຶ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​​ວ່າ ບັນ​ລຸ ລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່ກອນ​ມາ​ຮອດ​ປະ​ຈຸ​ບັນ​ ແລະ ໄພ​ເງິ​ນ​ເຟີ້​ໄດ້​ຮັບ​ການ​ຄ​ວບ​ຄຸມເປັນ​ຢ່າງ​ດີ”.

        ປີ 2017, ຄາດ​ໝາຍ​ເຕີບ​ໂຕ GDP ຂອງ​ທົ່ວ​ປະ​ເທດ​ສູ້​ຊົນ​ບັນ​ລຸ​ລະ​ດັບ 6,7%, ຕົວ​ເລກ​ໄພ​ເງິນ​ເຟີ້​ແມ່ນ​ຕໍ່​ຳ​ກວ່າ 4% ແລະ ງົບ​ປະ​ມານ​ຕ້ອງ​ຮັບ​ປະ​ກັນ​ທັງ​ຢ​ູ່​ຂັ້ນສູນ​ກາງ ແລະ ທ້ອງ​ຖິ່ນ. ປີ 2017, ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິ​ດ​ຖືວ່າ, ຫວຽດ​ນາມ ຍັງ​​​​ມີ​ຄວາມສະ​ດວກ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຄາດ​ຄະ​ເນ​ວ່າ​ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ. ກົດ​ໝາຍ​ວ່າ​​ດ້ວຍ​ການ​ລົງ​ທຶນພາກ​ລັດ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈະ​ຊ່ວຍໃຫ້​ການ​ປ່ອຍ​ເງິນ​ບັນ​ລຸ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ຟ້າມ​ເຕີດ​ທັ໋ງ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຖື​ວ່າ.

        “ປີ 2017, ແມ່ນ​ໄລ​ຍະ​​ທີ່​ມີ​ຄວາມສະ​ດວກ​ຫຼາຍ​ຢ່າງ​ໃຫ້​​ແກ່ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. ຕ​າມນັ້ນ​ແລ້ວ, ຈະມີ​​ກາ​ລະ​ໂອ​ກາດຫຼາຍ​ຢ່າງ, ຕ​ົວ​ຢ່າງ​ຄື: ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ສະ​ບັບເລີ່ມ​ມີ​ຜົນ​ສັກ​ສິດ. ຖ້າ​ຫາກ​ພວກ​ເຮົາ​ໝູນໃຊ້​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​​ພັນ​ທະ​ມິດ​ອາ​ຊີ - ເອີ​ລົບ​, ​ສຳພັນ​ທະ​ມິດ​ເອີ​ລົບ, ກັບ​ຍີ່​ປຸ່ນ, ສ.ເກົາ​ຫຼີ ໄດ້, ສິ່ງ​ດັ່ງ​ກ່າວ​ຈະ​​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ສົ່ງ​ອອກ​​ດີ​ທີ່​ສຸດ. ນອກນັ້ນ, ມີ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕ​ໍ່​ອື່ນໆ​ບາງ​ຊະ​ນິດ ​ເລີ່ມ​ຊອກ​ໄດ້​ຕະ​ຫຼາດ ແລະ ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຈາກບັນ​ດາ​ຕະ​ຫຼາດ​ທີ່​​​ຕ້ອງ​​ການ​ຄຸນນະ​ພາບ​ສູງ​ຄື: ​ຍີ່​ປຸ່ນ, ອາ​ເມ​ລິ​ກາ…”

        ອາດ​ເວົ້າ​ໄດ້​ວ່າ, ການ​ເຕ​ີບ​ໂຕ​ດ້ານ​ເສດ​ຖະ​ກິດ​ປີ 2017 ຈະ​ພັດ​ທະ​ນາ​ຕາມ​ທິດ​ຕັ້ງ​ໜ້າ, ຍ້ອນ​ການ​ປະ​ຕິ​ຮູບລະ​ບຽບ​ລະ​ບອບ​ການ​ດ້ານ​ເສດ​ຖະ​ກິດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລ​ົງ​ທຶນ, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​​ພາກ​ເອ​ກະ​ຊົນ​ ກາຍ​ເປັນ​ກຳ​ລັງໜູນ​ຕົ້ນ​ຕໍ່​ຂອງ​ປີ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​​ຂ່າຍ​ອິນ​ເຕີ​ແນັດ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ​ຕ່າງໆ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ແຜນ​ການ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງ​ຈຸດ​ສຸມ​​ໃນການ​ຊີ້​ນຳ​ບໍ​ລິ​ຫານ​ແມ່ນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ, ​ລະ​ດັບ​ເຕີບ​ໂຕ​ສູງ, ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິ​ດ​ຄືນ​ໃໝ່, ​ຍ​ົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະ ປ່ຽນ​ໃໝ່​ການ​ຄຸ້ມ​ຄອງ​ລັດວິ​ສາ​ຫະ​ກິດ ພ​້ອມ​ກັບ​ການ​ສົ່ງ​ເສີມ​​ໜູນ​ຊ່ວຍ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຢ່າງ​ແຮງ, ຊຸກ​ຍູ້​ການ​ເລີ່ມ​ທຸ​ລະ​ກິດ.

ຂ່າວ/ບົດ​ອື່ນ