ແງ່ຫວັງເສດຖະກິດຫວຽດນາມໃນປີ 2017

ປີ 2017, ຫວຽດ​ນາມ​ຈະສືບ​ຕໍ່ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແລ້ວ, ຫວຽດ​ນາມ​ຍັງ​ຄົງ​ມີ​ຄວາມ​ສະ​ດວກຫຼາຍ​ຢ່າງ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເຕີບ​ໂຕ.

 

ແງ່ຫວັງເສດຖະກິດຫວຽດນາມໃນປີ 2017 - ảnh 1
(ພາບ​ປະ​ກອບ)

      ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ສຳ​ລັບ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2017 ແມ່ນ​ມາ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ, ບັນ​ດາ​ຄຳ​ໝັ້ນສັນ​ຍາປ່ຽນ​ແປງ​ໃໝ່​ທາງ​ດ້ານ​ລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ໃນ​ຂະ​ນະ​ນັ້ນ, ການ​ສົ່ງ​ອອກ, ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ຫຼັກ​ຊັບ​ກໍ​ຄາດ​ວ່າ ມີ​ການ​ເຕີບ​ໂຕ​ປົກ​ກະ​ຕິ.

      ຄວາມ​ສະ​ດວກ​ທີ່​ມາ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ.

   ທ່ານ​ນາງ ຝ້າມ​ຈີ​ລານ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດຖື​ວ່າ ທາງ​ດ້ານ​ພື້ນ​ຖານ​ແລ້ວ, ຫວຽດ​ນາມ​ຍັງ​ຄົງ​ຢູ່​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ອາດ​ຈະ​ຖືກ​ຜົນ​ສະ​ທ້ອນ​ຍ້ອນ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ, ແຕ່​ບັນ​ດາ​ກົນ​ໄກ​ທົດ​ແທນນີ້ ພວກ​ໄດ້​ຮັບ​ການ​ປຶກ​ສາ​ຈາກ​ບັນ​ດາ​ປະ​ເທດ. ຫວຽດ​ນາມ​ອາດ​ຈະ​ເຂົ້າ​ຮ່ວມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ທີ່​ຍັງ​ເຫຼືອ​ຂອງ TPP ໃນ​ການ​ປັບ​ປຸງ​ສັນ​ຍາ​ເພື່ອ​ສາ​ມາດ​ພ້ອມ​ກັນ​ປະ​ຕິ​ບັດ. ນອກ​ຈາກນັ້ນ, ພວກ​ເຮົາ​ຍັງ​ມີ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ​ສະ​ຫະ​ພາບ​ເອີ​ລົບ. ທ່ານ​ນາງ ຝ້າມ​ຈີ​ລານ ເວົ້າ​ວ່າ : 

     “ສະ​ຫະ​ພາບ​ເອີ​ລົບພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ສິ່ວ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ​ຢູ່​ພາຍ​ໃນ​ຂອງ​ເຂົາ​ເຈົ້າ, ແຕ່​ສຳ​ລັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ໃຫຍ່​ຂອງສະ​ຫະ​ພາບ​ເອີ​ລົບ, ຫວຽດ​ນາມ​ກໍ​ໄດ້​ສ້າງ​ບັນ​ດາ​ສາຍ​ພົວ​ພັນ​ພື້ນ​ຖານ​ຄື ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫຼື​ຄູ່​ຮ່ວມ​ມື​ຮອບ​ດ້ານ. ພວກ​ເຮົາ​ຄວນ​ຊຸກ​ຍູ້​ການ​ພົວ​ພັນ​ເຫຼົ່ານັ້ນເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຍາວ​ນານ​ກັບ​ເຂົາ​ເຈົ້າ. ແລະ ບັນ​ດາ FTA ອື່ນໆ​ທີ່​ພວກ​ເຮົາ​ເຊັນ​ກັບ ສ.ເກົາຫຼີຫຼື​ປະ​ເທດ​ອື່ນໆ​ນັ້ນ ຍັງ​ຄົງແມ່ນ​ພື້ນ​ຖານ​ໃຫ້​ແກ່​ຫວຽດ​ນ​າມ​ພັດ​ທະ​ນາ  ”

      ແລະ​ກໍ​ຕາມ ທ່ານ​ນາງ ຝ້າມ​ຈີ​ລານ​ແລ້ວ, ຄວາມ​ສະ​ດວກ​ຕໍ່​ໄປ​ກໍ​ແມ່​ບັນ​ດາ​ໂອ​ກາດ​ຍ້ອນ​ການ​ປ່ຽນ​ແປງ​ໃໝ່​ນຳ​ມາ​ໃຫ້, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ເລື່ອງ​ຫວຽດ​ນາມ​ຖອດ​ຖອນໄດ້ຫຼາຍ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ໄລ​ຍະ​ທີ່​ຜ່ານ​ມາ. ທ່ານ​ນາງ ຝ້າມ​ຈີ​ລານ ໃຫ້​ຮູ້​ຕື່ມ​ອີກວ່າ : 

   “ ຂ້າ​ພະ​ເຈົ້າ​ຄິດ​ວ່າ ກາ​ລະ​ໂອ​ກາດ​ປ່ຽນ​ແປງ​ໃໝ່​ໄດ້​ມີ​ຢູ່​ແລ້ວ. ກ່ອນ​ອື່ນ​ໝົດ​ແມ່ນ​ກຳ​ລັງ​ດັນ​ຈາກ​ພື້ນ​ຖານ​ເສດ​ຖະ​ກິດ. ມັນ​ແມ່ນ​ຄວາມ​ຕ້ອງ​ການຢູ່​ພາຍ​ໃນ, ບັງ​ຄັບ​ໃຫ້​ຫວຽດ​ນາມ​ຕ້ອງ​ພັດ​ທະ​ນ​າ​ຕື່ມ​ອີກ​ບາດ​ກ້າວ​ໜຶ່ງ. ພ້ອມ​ກັນ​ນັ້ນ ກໍ​ມີ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ໂດຍ​ການ​ປ່ຽນ​ແປງ​ໃໝ່​ນຳ​ມາ​​ໃຫ້. ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ຕົນ, ຫວຽດ​ນາມ​ພວມ​ຮັບ​ຮູ້​ແຈ້ງກວ່າ​ເວ​ລາ​ໃດ​ໝົດ​ວ່າ : ຢາກ​ພັດ​ທະ​ນາ​ແມ່ນ​ຕ້ອງ​ອີງ​ໃສ່​ກຳ​ລັງ​ພາຍ​ໃນ, ຕ້ອງ​ເລັ່ງ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ພາຍ​ໃນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ນັບ​ທັງ ກຳ​ລັງ​ພາຍ​ໃນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ເພາະ​ບໍ່​ມີ​ປະ​ເທດ​ໃດໆ​ສາ​ມາດ​ພັດ​ທະ​ນາ​ໄດ້​ຖ້າ​ຫາກ​ອີງ​ໃສ່​ພຽງ​ກຳ​ລັງ​ພາຍນອກເທົ່າ​ນັ້ນ ”

    ບັນ​ດາຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ກໍ​ຍັງ​ຖື​ວ່າ ການ​ເຊື່ອມ​ໂຍງ​ແມ່ນ​ສຳ​ຄັນ​ທີ່​ສຸດ ແຕ່​ການ​ເຊື່ອມ​ໂຍງ​ສາ​ກົນ​ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ແມ່ນ​ເພີ່ມ​ທະ​ວີກຳ​ລັງ​ພາຍ​ໃນ​ຂອງ​ປະ​ເທດ​ຊາດ, ເຮັດ​ໃຫ້​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງກວ່າ, ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ສູງກວ່າ​ໃນ​ໂລກ, ນັ້ນ​ຈຶ່ງ​ແມ່ນ​ການ​ເຊື່ອມ​ໂຍງ​ທີ່​ມີ​ມູນ​ຄ່າ.

     ນອກ​ຈາກ​ບັນ​ດາ​ຄວາມ​ສະ​ດວກ​ໂດຍບັນ​ດາສັນ​ຍາ​ການ​ຄ້າ​ເສ​ລີ ແລະ ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ນຳ​ມາ​ໃຫ້​ນັ້ນ, ການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ ແລະ ການ​ໃຊ້​ສອຍ​ຂອງ​ເອ​ກະ​ຊົນ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ຍ້ອນ​ການ​ຟື້ນ​ຟູ​ລາຍ​ຮັບ​ຈາກ​ກະ​ສີ​ກຳ. ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫວຽດ​ນາມ ກໍ​ພວມ​ຢູ່​ໃນ​ທ່າ​ອຽງກ້າວ​ຂຶ້ນ​ດ້ວຍ​ລະ​ດັບປົກ​ກະ​ຕິ​ກ່​ວາເກົ່າ, ຊ້ຳ​ບໍ່​ໜຳ, ຫວຽດ​ນາມ​ຍັງ​ໄດ້​ຮັບ​ຖື​ວ່າ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບບັນ​ດາ​ນັກ​ລົງ​ທຶນ​ໃຫຍ່ໃນ​ພາກ​ພື້ນ. ສຳ​ລັບ​ຕະຫຼາດຫຼັກ​ຊັບ, ໃບ​ຫຸ້ນ​ຫວຽດ​ນາມ​ພວມ​ມີ​ລາ​ຄາ​ສູງກວ່າ​ເມື່ອ​ທຽບ​ໃສ່ຫຼາຍ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

    ຄວາມ​ສະ​ດວກ​ທີ່​ມາ​ຈາກຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ນະ​ໂຍ​ບາຍ

   ການ​ເຕີບ​ໂຕ​ເສດ​ຖະ​ກ​ິດ​ປີ 2017 ຂອງ​ຫວຽດ​ນາມ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ຍ້ອນ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ສ້າງ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ຂົງ​ເຂດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ກາຍ​ເປັນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີ​ໜ້າ. ຄວ​າມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ໃນ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ສາ​ທາ​ລະ​ນະ, ງົບ​ປະ​ມານ​ແຫ່ງ​ລັດ ແລະ ໜີ້​ສາ​ທາ​ລະ​ນະ​ຄືນ​ໃໝ່, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຮົ່ວ​ໄຫຼ, ການ​ຟູມ​ເຟື​ອ່ຍ​​ທຶນ​ຮອນ, ​ຊັບ​ສິນ​ຂອງ​ລັດຢ່າງ​ຂ້ຽວ​ຂາດ ຊຶ່ງ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່ ສະ​ພາບ​ແວດ​ລ້ອມ​ການດຳ​ເນີນ​ທຸ​ລະ​ກິດ. ບັນ​ດາຜູ້​ຊ່ຽວ​ຊານ​ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ພັດ​ທະ​ນາ​ຕະ​ຫຼາດ​ການ​ເງິນ​ທີ່​ດຸ່ນ​ດ່ຽວກວ່າ​ລະ​ຫວ່າງ​ຕະຫຼາດ​ເງິນ​ຕາ ແລະ ຕະຫຼາດ​ທຶນ​ຮອນ, ລະ​ຫວ່າງ​ຕະຫຼາດທຶນ​ໃບ​ຫຸ້ນ ແລະ ພັດ​ທະ​ບັດ; ລະ​ຫວ່າງ​ພັດ​ທະ​ບັດ​ລັດ​ຖະ​ບານ ແລະ ພັນ​ທະ​ບັດ​ວິ​ສາ​ຫະ​ກິດ, ລະ​ຫວ່າງ​ການ​ບໍ​ລິ​ການ​ສິນ​ເຊື່ອ ແລະ ບັນ​ດາ​ການ​ບໍ​ລິ​ການ​ທະ​ນາ​ຄານ​ປອດ​ສິນ​ເຊື່ອ. ທ່ານ​ເລ​ດັງ​ແຢງ ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຖື​ວ່າ 

    “ໃນ​ການ​ຈັດ​ອັນ​ດັບ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ທະ​ນາ​ຄານ​ໂລກໄດ້​ຍົກ​​ອັນ​ດັບຫວຽດ​ນາມຂຶ້ນ 9 ຂັ້ນ. ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ກໍ​ສືບ​ຕໍ່​ຍົກ​ອັນ​ດັບຫວຽດ​ນາມ​ກ່ຽວ​ກັບ ສະ​ພາບ​ແວດ​ລ້ອມ​ການຄ້າ​ສາ​ກົນ. ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ໄດ້​ມີ​ບັນ​ດາ​ການ​ປົວ​ແປງ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ຄ້າງ​ຄ່າ, ບັນ​ດາ​ລະ​ບຽບ​ການ​ໃນ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໝັ້ນ​ໝາຍຫຼາຍ​ຄັ້ງ​ວ່າ ຈະ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ໝັ້ນ​ໝາຍຈະ​ສ້າງ​ລັດ​ແຫ່ງ​ສ້າງ​ສັນ, ໝາຍ​ຄວາມວ່າ ແມ່ນ​ລັດ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ຮ່ວມ​ມື​ກັບ ວິ​ສາ​ຫະ​ກິດ, ແລະ ສ້າງ​ລັດ​ຖະ​ບານ​ສື່​ຊັດ​ບໍ​ລິ​ສຸດ, ຍູ້​ຖອຍ​ການ​ສໍ້​ລາດ​ບັງຫຼວງ ແລະ ຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ ”

        ເສດ​ຖະ​ກິດ​ຫວຽດ​ນາມ​ປີ 2017 ເຖິງວ່າ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງກ​ໍ​ຕາມ, ແຕ່​ກໍ​ຍັງ​ມີ​ບັນ​ດາ​ຄວາມ​ສະ​ດວກ​ຢູ່, ອັນ​ໄດ້​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ສືບ​ຕໍ່​ພັດ​ທະ​ນາ, ປະ​ກອບ​ສ່​ວນ​ເຮັດ​ໃຫ້​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ ແລະ ເຮັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ