ແນະນຳພູມມີປະເທດສຳລັບສິນຄ້າແລະກາລະໂອກາດສົ່ງອອກໄປຍັງຕະຫຼາດEU

(vovworld) - ແນະ​ນຳ​ພູມ​ມີ​ປະ​ເທດ​ແມ່ນ​ຊັບ​ສົມ​ບັດ​​ດ້ານການ​ຄ້າ​ທີ່​ມີ​​ຄ່າ ແລະ ປະ​ກອ​ບ​ສ່ວນບໍ່​ແມ່ນ​ໜ້ອຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄ​ົມ​ຂອງ​ປະ​ເທດ​ຊາດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ​ມີ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ​່ງ​ຍັງ​ບໍ່​ທັນ​ຮັບ​ຮູ້​ໄດ້​ໝົດຄວາມ​ສຳ​ຄັນ​ຂອງ​ການແນະ​ນຳ​ພູມ​ມີ​ປະ​ເທດ​​ດັ່ງ​ນັ້ນ​ຫຼຼາຍ​ເຄື່ອງ​ໝາຍ​ການ​ຄ້າ​ຖືກ​ລັ​ກ​ລອບ, ກໍ​ຄື​ຖືກ​ປອມ​ແປງ​ຜະ​ລິດ​ຕະ​ພັນ​​ເຊິ່ງ​ໄດ້ກໍ່​ຜົນ​ທະ​ທ້ອນບໍ່​ແມ່ນ​​ໜ້ອຍ​ເຖິງ​ອິດ​ທິ​ພົນ​ຊື່​ສຽງ, ການ​ພັດ​ທະ​ນາ​ຂອງວ​ິ​ສາ​ຫ​ະ​ກິດ. ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່​ງ​ອອກ​ຂອງ​ຫວຽດ​ນາມ ​ທີ່ມີ​ການແນະ​ນຳ​ພູມ​ມີ​ປະ​ເທດ​ຢ່າງ​ຈະ​ແຈ້ງ ໄດ້​ເພີ່ມ​ກາ​ລະ​ໂອ​ກາດ​​ໃນ​ການສົ່ງ​ອອກ​​ໄປ​ຍັງ​ບັນ​ດາ​ຕະ​ຫຼ​າດ​ສາ​ກົນ​ທີ່​​ທີ່​ມີ​ຊື່​ສຽງຄື​: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ພິ​ເສດ​ແມ່ນ​ຕະ​ຫຼາດ EU… ບົດ​ຂຽນ “ແນະ​ນຳ​ພູມ​ມີ​ປະ​ເທດ​ສຳ​ລັບ​ສິນ​ຄ້າ ແລະ​ ກາ​ລະ​ໂອ​ກາດ​ສົ່ງ​ອອກ​ໄປ​ຍັງ​ຕ​ະ​ຫຼາດ EU” ຂອງ​ຈຸງ​ຖຸຍ, ນັກ​ຂ່າ​ວ VOV.


ແນະນຳພູມມີປະເທດສຳລັບສິນຄ້າແລະກາລະໂອກາດສົ່ງອອກໄປຍັງຕະຫຼາດEU - ảnh 1
ຫວຽດ​ນາມ ມີ​ 43 ຜະ​ລິດ​ຕະ​ພັນ​ໄດ້​​ຮັບ​ການ​ປົກ​​ປ້ອງແນະ​ນຳ​ພູມ​ມີ​ປະ​ເທດ
(ພາບ:vietq.vn)

ປະ​ຈຸ​ບັນ, ຢູ່​ຫວຽດ​ນາມ ມີ​ 43 ຜະ​ລິດ​ຕະ​ພັນ​ໄດ້​​ຮັບ​ການ​ປົກ​​ປ້ອງແນະ​ນຳ​ພູມ​ມີ​ປະ​ເທດ. ອາດ​ເວົ້າ​ໄດ້​ວ່າ, ບັນ​ດາ​ຜະ​ລິດ​ຕະ​ພັ​ນ​ໄດ້​ຮັບ​ໃບຢັ້ງ​ຢືນ​ຈົດ​ທະ​ບຽນແນະ​ນຳ​ພູມ​ມີ​ປະ​ເທດ ບໍ່​ພຽງ​ແມ່ນ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ກ່ຽວ​ກັບ​ຮູບ​ແບບ​ຜະ​ລິດ​ຕະ​ພັນ​ຄື: ດອກ​ໄມ້, ໝາກ​ໄມ້, ທັນ​ຍາ​ຫານ, ຜະ​ລິດ​ຕະ​ພັນ​ບໍ​ລິໂພກ, ​ອຸ​ປະ​ໂພກເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກ​ສະ​ນະ​ເປັນ​ຕົວ​ແທນໃຫ້​ບັນ​ດາ​ເຂດ, ພາກ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ: ​ຈາກ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ທິດ​ຕາ​ເວັນ​ອອກ​ພາກ​ເໜືອ (ກວາງ​ນິງ) ເຖິງ​ເຂດ​ທິດ​ເໜືອ​ພາກ​ກາງ, ຕະ​ຫຼອດ​ຮອດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ຕົວ​ຈິງ, ບັນ​ດາ​ການແນະ​ນຳ​ພູມ​ມີ​ປະ​ເທດ​ຂອງ​ຫວຽດ​ນາມ ​ຕາມ​ປົກ​ກະ​ຕິ​ແລ້ວ, ​ໄດ້​ຮັບ​ການອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ ແລະ ນຳ​ໃຊ້​ໃຫ້​​ແກ່ອົງ​ການ​ຈ​ັດ​ຕັ້ງ​ໜຶ່ງ, ອົງ​ການ​ຢູ່​ທ້ອງ​ຖິ່ນ. ບັນ​ດາ​ການແນະ​ນຳ​ພູມ​ມີ​ປະ​ເທດ ໄດ້​ຂຸດ​ຄົ້​ນ ແລະ ບໍ່​ໄດ້ຕິດ​ຕາມ​ກວດ​ກາຢ່າງ​ໃກ້​ຊິດ ກ​ໍ​ຄືເຮັດ​ໃຫ້​ເກີດ​ມີ​ບັນ​ດາ​ສິນ​ຄ້າ​ປອມ​​ແປງໃຊ້​ການແນະ​ນຳ​ພູມ​ມີ​ປະ​ເທດ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ໄດ້​ມີ​ບັນ​ດາ​ບົດ​ຮຽນ​ກ່ຽວກ​ັບ​ການແນະ​ນຳ​ພູມ​ມີ​ປະ​ເທດ​ຂອງ​ຫວຽດ​ນາມ ຖືກ​ລັກ​ລອບ​ຜະ​ລິດ​ຢ່​ູ​ຕ່າງ​ປະ​ເທດ, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ເຄື່ອງໝາຍ​ການ​ຄ້າ​ນ້ຳ​ປາ ຟຸ໋​ກ໋ວກ. ທ່ານ ຟ້າມ​ຫງອກ​ແທ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫ​ຸ້ນ​ສ່ວນ​ໃຫ້​ຄຳ​ປຶ​ກ​ສາ​ພ​ັດ​ທະ​ນາ ແລະ ການ​ຄ້າ​ຟຸ໋​ກ​ເລີມ, ບໍ​ລິ​ສັດ​​ຈຳ​ໜ່າຍນ້ຳ​ປາ ຟຸ໋​ກ໋ວກ ໃຫ້​ຮູ້​ວ່າ.

        “ປະ​ຈຸ​ບັນ, ໃນ​ຕະ​ຫຼາດ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃສ່​ຊື່​ຟຸ໋​ກ໋ວກ, ຄວາມ​ຈິງນັ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຜະ​ລິດ​ຕະ​ພັນ​ທີ່ບໍ່​ໄດ້​​ຮັບ​ອະ​ນຸ​ຍາດນຳ​ໃຊ້​ຈາກ​ນ້ຳ​ປາ ຟຸ໋​ກ໋ວກ ໃນສະ​ແຕມ​ສິນ​ຄ້າ​ຕົ້ນ​ຕໍ. ໃນ​ແງ່​ມູມ​ຜູ້​​ບໍ​ລິ​ໂພກ ຍັງ​ບໍ່​ທັນຮັບ​ຮູ້ຢ່າງ​ຖືກ​ຕ້ອງ​ໄດ້​ວ່າ ນ້ຳ​ປາ ຟຸ໋​ກ໋ວກ ໄດ້ຮັບ​ການ​ປົກ​ປ້ອງແນະ​ນຳ​ພູມ​ມີ​ປະ​ເທດ ແລະ ​ໃສ​ແມ່ນນ້ຳ​ປາ​ປອມ. ສະ​ນັ້ນ​ຈຶງ​ພາ​ໄປ​ເຖິງ​​ເກີດ​ມີ​ຄວາມ​ສັບ​ສົນໃນ​ການ​​ຕັດ​ສິນ​ໃຈ​ບໍ​ລິ​ໂພ​ກ”.

        ຕາມ​ກົມຊັບ​ສິນ​ທາງ​ປັນ​ຍາ​ແລ້ວ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແລ້ວ, ເມື່ອ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU, ບັນ​ຊີ​ລາຍ​ຊື່​ທີ່​ຫວຽດ​ນາມ ສະ​ເໜີ​ໄດ້​ມີ 41 ​ການແນະ​ນຳ​ພູມ​ມີ​ປະ​ເທດ, ແຕ່ EU ພຽງ​ແຕ່​ຕົກ​ລົງປົກ​ປ້ອງ 39 ການແນະ​ນຳ​ພູມ​ມີ​ປະ​ເທດ​ເທົ່າ​ນັ້ນ. ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ປົກ​ປ້ອງ​ຕົ້ນ​ຕໍແມ່ນ: ຜັກ, ໝາກ​ໄມ້, ສິນ​ໃນ​ນ້ຳ​ ແລະ ຜະ​ລິດ​ຕະ​ພັນ​​ທີ່​ປຸງ​ແຕ່ງຈາກ​ສິນ​ໃນ​ນ້ຳ​ກວມ​ເອົາ 13%. ຕໍ່​ໜ້າ​ຄວາມ​ຕ້ອງ​ການ​​ບໍ​ລິ​ໂພກ​ອາ​ຫານ​ສະ​ອາດ, ກໍ​​ຄື​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ຜູ້​​ບໍ​ລິ​ໂພກ, ອຸ​ປະ​ໂພກ​ EU, ເລື່ອງ​ໄດ້​ຮັບ​ການ​ຮັບ​ຮອງ ແລະ ປົກ​ປ້ອງ​ການແນະ​ນຳ​ພູມ​ມີ​ປະ​ເທດ ພວມ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່​ຫຼ​ວງ​ເພື່ອໃຫ​້​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ​ ​ໄດ້​ສົ່ງ​ອອກ.

ແນະນຳພູມມີປະເທດສຳລັບສິນຄ້າແລະກາລະໂອກາດສົ່ງອອກໄປຍັງຕະຫຼາດEU - ảnh 2
ນ້ຳ​ປາ ຟຸ໋​ກ໋ວກ
(ພາບ​ອິນ​ເຕີ​ແນ​ັດ)

ປະ​ຈຸ​ບັນ, ເລື່ອງ​ປົກ​ປ້ອງ​​ຢູ່​ຫວຽດ​ນາມ​ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ໃນ​ການ​ເຕົ້​າ​ໂຮມ​ບັນ​ດາ​ນັກ​ຜະ​ລິດ​ນຳ​ກັ​ນ. ບັນ​ດາ​ວິ​ສາ​ຫະ​ກິດ, ຄົນ​ງານ​ຜະ​ລິດ​ອອກຜ​ະ​ລິດ​ຕະ​ພັນ, ຍ້ອນ​ຍັງບໍ່​ທັນ​ເຂົ້າ​ໃຈ​ຄຸນ​ຄ່າ​ຂອງ​ການ​ປົກ​ປ້ອງ​ນຳ​ມາ​ໃຫ້​ໄດ້​ໝົດ​ເທື່ອ, ​ຈຶ່ງສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ສ້າງ​ຕັ້ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລັກ​ສະ​ນະ​​ເປັນ​ເອ​ກະ​ລັກສະ​ເພາະ​ເຂດ. ຍິ່ງກວ່ານັ້ນ, ເລື່ອງ​ຮັບ​ຮູ້ ແລະ ຄຸ້ມ​ຄອງ​ການແນະ​ນຳ​ພູມ​ມີ​ປະ​ເທດ​ຖືກ​ດຳ​ເນີນ​ຢູ່​ຫຼາຍ​ແຫ່ງ. ທ່ານ ຫງວຽນ​ກ໋ວກ​ທິ້ງ, ​ອາ​ຈານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ ຖື​ວ່າ.

        “ຂ້າ​ພະ​ເຈົ້າ​ຖື​ວ່າ, ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ສຳ​ຄັນ​ແມ່ນ ວຽກ​ງານ​ຄຸ້ມ​ຄອງ​ຕະ​ຫຼາດ​ຂອງ​ພວກ​ເຮົາ​ຍັງ​ຈຳ​ກັດຢ​ູ່. ບັນ​ຫາ​ທີ 2 ແມ່ນ​ບັນ​ດາ​ເຂດ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເອງຍັງ​ບໍ່​ທັນ​​ຮ່ວມ​ສຳ​ພັນ​ນຳ​ກັນ ເພື່ອ​ຄວບ​ຄຸມ​ສິນ​ຄ້າ​ປອມ​ແປງ. ບັນ​ດາ​​ການຮ່ວມ​ສຳ​ພັນ​ຢູ່​ຫວຽດ​ນາມ ຕ້ອງ​ມີ​ການ​ປຶກ​ສາ​ຫາ​ລື. ໃນ​ຫຼາຍ​ປີ​ມານີ້, ບັນ​ດາ​ຮາກ​ຖານ​ຜະ​ລິດ​ຂອງ​ພວກ​ເຮົາ​ເບິ່ງ​ຄື​ວ່າ ​ພຽງ​ແຕ່ຮູ້​ຈັກ​ຕົນ​ເອງ​ເທົ່າ​ນັ້ນ, ຫາກ​ຍັງບໍ່​ມີ​ການ​ຮ່ວມ​ສຳ​ພັນ, ເຮັດ​ໃຫ້​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ໃນ​ປະ​ຈຸ​ບັນ​ບໍ່​ມີ​ຈຸດ​ຢືນ​ໃນ​ຕະ​ຫຼາດ”.

        ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU ມີ​​ຜົນ​ສັກ​ສິດ​ໃນ​ປີ 2018, EU ຈະ​ຕົກ​ລົງ​ປົກ​ປ້ອງ 39 ການແນະ​ນຳ​ພູມ​ມີ​ປະ​ເທດ​ຂອງ​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ນອກ​ຈາກ​ນ້ຳ​ປາ ຟຸ໋​ກ໋ວກ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ ຈະ​ມີ​ໂອ​ກາດ​ເພື່ອ​ຂຸດ​ຄົ້ນ, ​ຊົມ​ໃຊ້​ຜົ​ນ​ປະ​ໂຫ​ຍດ​ຈາກ​ກາ​ນ​ຈົ​ດ​ທະ​ບຽນ​ແນະ​ນຳ​ພູມ​ມີ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ໃຫ້​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ມີ​ການແນະ​ນຳ​ພູມ​ມີ​ປະ​ເທດ​ຂອ​ງ​ຫວຽດ​ນາມ ອາດສາ​ມາດຜ່ານ​ຜ່າ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ເພື່ອ​ນຳ​ເຂົ້າ​ຕະ​ຫຼາດ EU, ຫວຽດ​ນາມ ຕ້ອງສ້າງ​ຕັ້ງ​ລະ​ບົບກວດ​ກາ​ຄຸນ​ນະ​ພາບ​ແຫ່ງ​ຊາດ ເມື່ອ​ພິ​ຈ​າ​ລະ​ນາ ແລະ ຮັບ​ຮອງ​​ເອົາການ​ປົກ​ປ້ອງ​ແນະ​ນຳ​ພູມ​ມີ​ປະ​ເທດ. ທ່ານ ເຈີນ​ວັນ​ຕຸ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຖື​ວ່າ.

        “ຕ້ອງ​ມີ​ບັນ​ດາ​ໜ່ວຍ​ຕິດ​ຕາມກວດ​ກາ, ກຸ່ມ​ຕິດ​ຕາມກວດ​ກາ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຜະ​ລິ​ດ​ຕະ​ພັນ​ໃຫ້​​ສະ​ໜຳສະ​ເໝີ​ໃນ​ວິ​ວັດ​ການ​ຜະ​ລິດ, ບໍ່​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ອື່​ນ. ໃນ​ການ​ຈຳ​ໜ່າຍ​ອອກ​ສູ່​ຕະ​ຫຼາດ, ​​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຮູບ​ແບບ​ການ​ຫ​ຸ້ມ​ຫໍ່, ຮັກ​ສາ​​ຜະ​ລິດ​ຕະ​ພັນ, ຈຳ​ໜ່າຍ​ພ້ອມ​ກັບ​ສະ​ມາ​ຄົມ, ພ້ອມ​ກັບ​ກຸ່ມ​ນຳ​ກັນ ເພື່ອ​ຫຼີກ​ລ້ຽງ​ສິນ​ຄ້າ​ປອມ​ແປງ​ແຊກ​ແຊງ​ເຂົ້າ​ຕະ​ຫຼາດນີ້.”

        ເລື່ອງ​​ການ​ຈົດ​ທະ​ບຽນແນະ​ນຳ​ພູມ​ມີ​ປະ​ເທດ ບໍ່​​ພຽງແຕ່​ ​ “ອະ​ນຸ​ຍາດ” ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ຂອງ​ຫວຽດ​ນາມ ​ປະ​ກົດ​ຕົວ​ຢູ່​ບັນ​ດາ​ຕະ​ຫຼາດ​ທີ່​ມີ​ຄວາມ​ຕ້ອງ​ການ​ດ້ານ​ຄຸນ​ນະ​ພາບ​ສູງ​ເທົ່ານັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​, ພັດ​ທະ​ນາ​ການ​ຜະ​ລິດ, ​ຈຳ​ກັດ​ສະ​ພາບ​​ການນຳ​ໃຊ້​ເຄື່ອງ​ໝາຍ​ການ​ຄ້າ​ປອມ​ແປງ. ສະ​ນັ້ນ, ເລື່ອງ​ເປີດກວ້າງ​ບັນ​ດາ​ຜະ​ລິດ​​ຕະພັນ, ພິ​ເສດ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ມຸ່ງ​ໄປ​ເຖິງ​ການ​ຈົດ​ທະ​ບຽນແນະ​ນຳ​ພູມ​ມີ​ປະ​ເທດ ພວມ​ແມ່ນ​ທິດ​ທາງ​​ທີ່ຖືກ​ຕ້ອງ​ເພື່ອ​ເພີ່ມ​ກາ​ລະ​ໂອ​ກາດ​​ການສົ່ງ​ອອກ​ໄປ​ຍັງ EU.


ຂ່າວ/ບົດ​ອື່ນ