ການນຳຫວຽດນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດ

ການນຳຫວຽດນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ​  ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ
ພາບ:nguyentandung.org
(vovworld)- ​ຕອນ​ເຊົ້າ​ວັນ​ທີ 22/01, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ແຫ່ງ ສປປ ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ນຳ​ໜ້າ​ພວມ​ຢ້ຽມຢາມ​ຫວຽດນາມ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕີ​ລາຄາ​ສູງ​ການ​ສົມທົບ​ກັບ​ຂອງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ກຳມ າ​ທິການຮ່ວມ​ມື​ຂອງ 2 ລັດຖະບານ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ ​ໃນປີ 2014 ຢ່າງ​ມີ​ປະສິດທິ​ຜົນ; ສະ​ເໜີ 2 ລັດຖະບານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ ລະຫວ່າງ ການ​ນຳ​ຂັ້ນ​ສູງ 2 ພັກ, ບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຄົ້ນ​ຄ້ວາ, ສະ​ເໜີ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ກັບ​ການ​ພົວພັນ ລະຫວ່າງ 2 ປະ​ເທດ ​ແລະ ສະພາບ​ການຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມິ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

        ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ຢືນຢັນ​ວ່າ: ລາວ ຈະ​ພ້ອມ​ກັບ ​ຫວຽດນາມ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ-​ຫວຽດນາມ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 ແລະ ກໍໃນຕອນ​ເຊົ້າ​ວັນດຽວກັນ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ​້​ຕ​ອ້ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຊົມ​ເຊີຍ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ ລັດ​ຖະ​ບານ ຫວຽດ​ນາມ ແລະ ລາວ, ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ຜ່ານ​ມາ​ແມ່ນ​ພັດ​ທະ​ນາ​ອັນ​ດີ​ງາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ອັນ​ດີ​ງາມ, ມູ່ງ​ໄປ​ເຖິງ​ປະ​ສິດ​ທິ​ຜົນ ແລະ​ແທດ​ຈິງ. ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື, ອົງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ ຄວນ​ຮີບ​ເຮັ່ງ ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ, ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ສືບ​ຕໍ່​ສົມ​ທົບ​ກັນ​ຄົ້​ນ​ຄ້​ວາ, ສະ​ເຫນີ​ກົນ​ໄກ, ນະ​ໂຍ​ບາຍ​​ແກ້​ໄຂ. ບັນ​ດ​າ​ໂຄງ​ການ​ໃຫຍ່ ຄວນ​ປະ​ຕິ​ບັດ​ຢ່າງ​ຮີບ​ເຮັ່ງ, ຮັບ​ປະ​ກັນ​​ຖືກ​ກັບ​ຄວາມ​​ຮຽກ​ຮ້ອງຕ້ອງ​ການ,  ປະ​ກອບສ່ວນເຂົ້າ​ໃນ​ການ​ສະ​ເຫລີມ​ສະ​ຫລອງ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຂອງ​ສອງ​ປະ​​ເທດ​ໃນ​ປີ 2015 ​ຢ່າງ​ແທດ​ຈິງ.ທ່ານ​ປະ​ທານ​ປະ​ເທດ ກໍ​ເນັ້ນ​ຫນັກ​ເຖິງ​ເລື່ອງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ການ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ລະ​ຫວ່າງ​ຫວຽດ​ນາມ​ແລະ ລາວ, ປະ​ກອບ​ສ່ວນ​ກໍ່​ສ້າງ ແລະ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຊ່ວຍ​ລາວ ພັດ​ທະ​ນາ​ປ​ະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ