ຫວຽດນາມສືບຕໍ່ຢືນອັນດັບທີ3ຂອງບັນດາປະເທດລົງທຶນເຂົ້າລາວ

ຫວຽດນາມສືບຕໍ່ຢືນອັນດັບທີ3ຂອງບັນດາປະເທດລົງທຶນເຂົ້າລາວ - ảnh 1
​ໂຄງການ​ປູກ​ຕົ້ນ​ຢາງພາລາ​ຂອງ​ ຮ່ວາງ​ແອ​ງຢາ​ລາຍ ຢູ່​ລາວ
(ພາບ:vietpress.vn)


vovworld) – ປະຈຸ​ບັນ, ມຸນຄ່າ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ ລາວ ບັນລຸ​​ປະມານ 5 ຕື້ USD, ຢືນ​ອັນ​ດັບທີ 3 ຂອງ​ຕ່າງປະ​ເທດ​ມີ​ການ​ລົງທຶນ​ເຂົ້າ ລາວ. ຫລາຍ​ໂຄງການ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຢູ່ ລາວ ​ໄດ້​ຜັນ​ຂະຫຍາຍ​ຢ່າງວ່າງ​ໄວ ​ແລະ ​ເບື້ອງ​ຕົ້ນ​ມີ​ປະສິດທິ​ຜົນ​ຄື: ​ໂຄງການ​ປູກ​ຕົ້ນ​ຢາງພາລາ; ຜະລິດ​ນ້ຳຕຕານ​ຂອງ​ກຸ່ມ​ບໍລິສັດ​ໃຫຍ່ ຮ່ວາງ​ແອ​ງຢາ​ລາຍ ຢູ່​ພາກ​​ໃຕ້​ ລາວ; ບັນດາ​ໂຄງການ​ປູກ ​ແລະ ປຸງ​ແຕ່ງ​ຢາງພາລາ​ຂອງ​ກຸ່ມ​ບໍລິສັດ​ໃຫຍ່​ອຸດສາຫະກຳ​ຢາງພາລາ ຫວຽດນາມ ​ແລະ ບໍລິສັດ​ຢາງພາລາ ດັກ​ລັກ…ລັດຖະບານ 2 ປະ​ເທດ​ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ບາງ​ໂຄງການ​ໃຫຍ່​ອີກ, ມີ​ລະດັບຍຸດ​ທະ​ສາດ​ຄື: ​ໂຄງການ​ກໍ່ສ້າງສາຍ​ທໍ່​ນ້ຳມັນ​ຈາກທ່າ​ກຳ່​ປັ່ນ ຮ່ອນ​ລາ ​ແຂວງ ກວາງ​ບິ່ງ ຫວຽດນາມ ​ເຖິງ ​​ແຂວງ ຄຳ​ມ່ວນ ຂອງ ລາວ ​ແລະ ​ໂຄງການ​ກໍ່ສ້າງ​ຕາໜ່າງ​ໄຟຟ້າ​ຈາກ​

ເຊ​ກາໝາ​ນ 1 ​ເຖິງ pleiku ຫວຽດນາມ. ຕາມ​ສັນຍາ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ  - ​ເຕັກນິກລະຫວ່າງລັດຖະບານ ລາວ ​ແລະ ລັດຖະບານ ຫວຽດນາມ ​ໄລຍະ 2011 – 2015 ລົງ​ນາມ​ໃນ​ວັນ​ທີ 9/4/2011 ຢູ່ ຮ່າ​ໂນ້ຍ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ການ​ຄ້າ 2 ຝ່າຍ​ໃນ​ໄລຍະ 2008 – 2015 ມີ​ປະສິດທິ​ຜົນ​ກ່ວາ​, ພ້ອມ​ທັງ​ສູ້​ຊົນ​ເພື່ອ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ປີ​ນີ້​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​​ປີ​ກ່າຍ.



ຂ່າວ/ບົດ​ອື່ນ