Media /
ໂດຍຫ່າງຈາກໃຈກາງນະຄອນ ກວ໋າງຫງາຍໄປທາງທິດເຫນືອປະມານ 35 ກິໂລແມັດ, ທັດສະນີຍະພາບແກ່ງອຽນ ຕັ້ງຢູ່ແຄມບ້ານ ແທງຖູຍ ຕາແສງ ບີງຫາຍ ເມືອງ ບີງເຊີນ
ຜ່ານໄລຍະນັບລ້ານໆປີແຫ່ງການປ່ຽນແປງຂອງທໍລະນີສາດ, ບັນດາຫາດດອນຫິນຂອງພູເຂົາໄຟໄດ້ສ້າງເປັນມໍລະດົກ ແກ່ງອຽນ ສວຍງາມຢ່າງມະຫັດສະຈັນ.
ໄປຜ່ານບັນດາທົ່ງນາ ແລະ ໝູ່ບ້ານຊາວປະມົງ, ຄວາມປະທັບໃຈທຳອິດກ່ຽວກັບ ແກ່ງອຽນ ແມ່ນຊ່ອງແຄບທະເລສວຍງາມ ດ້ວຍບັນດາເຮືອກະຈາດທີ່ລຽບງ່າຍ
ເຖິງວ່າພຽງຫ່າງຈາກທາງຫລວງປະມານ 20 ກິໂລແມັດ, ແຕ່ທັດສະນີຍະພາບແຫ່ງນີ້ ຍັງບໍ່ມີເທົ່າໃດຄົນຮູ້ຈັກເຖິງ
ພາຍຫລັງຄົ້ນຄ້ວາມາເປັນເວລາໄລຍະຫນຶ່ງ, ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວຂອງພູເຂົາໄຟຢູ່ ແກ່ງອຽນ ໄດ້ເກີດຂຶ້ນກ່ອນນີ້ 5-6 ລ້ານປີ.
ບັນດານັກວິທະຍາສາດໄດ້ນຳເອົາຕົວຢ່າງກ້ອນຫິນຢູ່ທີ່ນີ້ ສົ່ງໄປຍັງປະເທດ ໂຮນລັງ ວິໄຈ ເພື່ອສ້າງສຳເນົາເອກະສານຮັບຮອງແຫ່ງນີ້ເປັນສວນທໍລະນີສາດຂັ້ນແຂງ.
ພາຍຫລັງນັ້ນ ອົງການທີ່ມີຫນ້າທີ່ຮັບຜິດຊອບ ຈະສືບຕໍ່ສ້າງສຳເນົາເອກະສານຍື່ນສະເຫນີຕໍ່ຄະນະກຳມະການມໍລະດົກແຫ່ງຊາດຮັບຮອງເອົາ ແລະ ຍື່ນສະເຫນີຕໍ່ສະພາມໍລະດົກໂລກເພື່ອໃຫ້ UNESCO ຮັບຮອງກຸ່ມມໍລະດົກທຳມະຊາດນີ້ ແມ່ນສວນທໍລະນີທົ່ວໂລກ.
ເຂດຫິນປະກາລັງຢູ່ເຂດທະເລແຄມຝັ່ງ ແກ່ງອຽນ

ແກ່ງອຽນ ຄວາມງາມມະຫັດສະຈັນຂອງທຳມະຊາດ

(VOVWORLD) -ແກ່ງອຽນ ແມ່ນເຂດທະເລຮົກເຮື້ອເປົ່າຫວ່າງທີ່ສວຍງາມຊື່ງບໍ່ມີເທົ່າໃດຄົນຮູ້ຈັກເຖິງ ດ້ວຍຫິນປະກາລັງທຳມະຊາດຕັ້ງຢູ່ໃກ້ແຄມຝັ່ງທະເລເປັນຈຳນວນຫລວງຫລາຍ.

Nguyen My Tra