ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ
(VOVWORLD) - ໂດຍມີຄວາມແຕກຕ່າງກັນກັບສະພາບເນືອງນັນຄຶດຄັກຢູ່ບັນດາສະຖານທີ່ທ່ອງທ່ຽວເກາະ ໂກໂຕ, ເກາະ ແທັງເລິນ ມີຄວາມສະຫງົບງຽບດ້ວຍນ້ຳທະເລສີຟ້າ, ຫາດຊາຍທະເລຂາວຍາວຢຽດ.
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/1_tkpx.jpg) |
ແທັງເລິນ ແມ່ນເກາະໃຫຍ່ກວ່າໝູ່ຢູ່ເມືອງ ໂກໂຕ (ແຂວງ ກວາງນິງ), ດ້ວຍບັນດາຫາດທະເລທີ່ສວຍງາມ, ຍັງຮັກສາຄວາມງາມແບບຮົກເຮື້ອໄວ້. ຫຼາຍຄົນຖືວ່າ ເກາະ ແທັງເລິນ ຄືດັ່ງແກ້ວມະນີທີ່ຊ້ອນຕົວຢູ່ທ່າມກາງທະເລ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/3_hpjh.jpg) |
ແຕ່ລະມື້, ມີກຳປັ່ນຫຼາຍຖ້ຽວອອກເດີນທາງຈາກເມືອງ ໂກໂຕ ໄປ ເກາະ ແທັງເລິນ, ແຂກທ່ອງທ່ຽວສາມາດເລືອກເອົາເຮືອຄວາມໄວສູງເພື່ອໄປຍັງເກາະໃຫ້ໄວ້ທີ່ສຸດ ຫຼື ບັນດາເຮືອທີ່ເຮັດດ້ວຍໄມ້, ເຮືອຂອງຊາວປະມົງ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/5_svca.jpg) |
ຫົນທາງສະອາດພ້ອມກັບອາກາດທີ່ປອດໂປ່ງ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/7_qape.jpg) |
ແທັງເລິນ ມີເນື້ອທີ່ປ່າປົກຄຸມຂຶ້ນເຖິງ 70%, ເມື່ອເດີນທາງໄປດ້ວຍລົດໄຟຟ້າ ແຂກທ່ອງທ່ຽວຈະເຫັນວ່າ ຢູ່ສອງຟາກທາງແມ່ນແຖວຕົ້ນໄມ້ທີ່ສວຍສົດງົດງາມ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/8_xtoo.jpg) |
ຢູ່ ແທັງເລິນ ມີຫາດຊາຍທະເລຕົ້ນຕໍ 3 ແຫ່ງແມ່ນ: ຫາດ ດົ່ນ 10, ຫາດ ບາເຈົາ, ຫາດ ຫາຍກວັນ ແລະ ຫວ່າງມໍ່ໆມານີ້ແມ່ນມີຫາດ C76 ຕື່ມອີກ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/11_mleb.jpg) |
ດ້ວຍບັນດາຫາດຊາຍທີ່ເຈີ້ຍລົງ, ແຂກທ່ອງທ່ຽວສາມາດລອຍນ້ຳໄດ້ຢ່າງສະບາຍ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/12_lrkq.jpg) |
ເມື່ອຍ່າງເລາະຫຼີ້ນຢູ່ແຄມຝັ່ງທະເລ, ແຂກທ່ອງທ່ຽວຈະໄດ້ສຳພັດກັບລະບົບສັດພືດຮົກເຮື້ອປະຖົມປະຖານ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/13_iuoc.jpg) |
ສີຟ້າແມ່ນຈຸດເປັນເອກະລັກພິເສດສະເພາະຂອງທະເລ ແທັງເລິນ. |
![ເກາະ ແທັງເລິນ - ແກ້ວມະນີຊ້ອນຕົວຢູ່ກາງທະເລ - ảnh 13](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2024_05_31/media/15_domv.jpg) |
ດ້ວຍບັນດາທິວທັດທຳມະຊາດທີ່ຮົກເຮື້ອ ແລະ ຫາດຊາຍທະເລສີຟ້ານັ້ນ, ແທັງເລິນ ໄດ້ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວເຊິ່ງຍາກທີ່ຈະຫຼົງລືມໄດ້ກ່ຽວກັບເຂດເກາະທີ່ສະຫງົບງຽບຢູ່ທ່າມກາງເຂດທະເລ. |