100 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ ໄປ​ຮອດ​ນະ​ຄອນ Petrograd ຄັ້ງ​ທຳ​ອິດ

(VOVWORLD) - ເມື່ອປະທານໂຮ່ຈີມິນໄປຮອດ ສະຫະພັນ ໂຊວຽດ, ກ່ອນອື່ນໝົດເພິ່ນໄດ້ຮຽນທິດສະດີປະຕິວັດ, ແນວຄິດ ມາກ - ເລນິນ ແລະ ເສັ້ນທາງກໍ່ສ້າງລັດ, ກໍ່ສ້າງພັກ.
100 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ ໄປ​ຮອດ​ນະ​ຄອນ Petrograd ຄັ້ງ​ທຳ​ອິດ - ảnh 1ທ່ານສາດສະດາຈານ, ປ.ອ Vladimir Kolotov, ນັກວິທະຍາສາດການເມືອງ, ຜູ້ອຳນວຍການສະຖາບັນ ໂຮ່ຈີມິນ ຂຶ້ນກັບ ມະຫາວິທະຍາໄລສັງລວມ Saint.Peterburg ລັດເຊຍ

ວັນທີ 30 ມິຖຸນາ ແມ່ນຄົບຮອບ 100 ປີ ແຫ່ງວັນປະທານໂຮ່ຈີມິນ ໄປຮອດນະຄອນ Petrograd (ປັດຈຸບັນແມ່ນ Saint-Peterburg)ເປັນ ຄັ້ງທຳອິດ, ເຊິ່ງແມ່ນສະຖານທີ່ເລີ່ມຕົ້ນການປະຕິວັດເດືອນສິງຫາ ລັດເຊຍ. ໄລຍະເວລາ ເພິ່ນຢູ່ ໂຊວຽດ (ປະເທດ ສະຫະພັນລັດເຊຍໃນປັດຈຸບັນ) ແມ່ນມີຄວາມໝາຍສຳຄັນພິເສດ ບໍ່ພຽງແຕ່ ສຳລັບການດຳລົງຊີວິດເຄື່ອນໄຫວປະຕິວັດຂອງເພິ່ນເທົ່ານັ້ນ ຫາກຍັງຂອງທົ່ວຂະບວນການປົດປ່ອຍຊາດຂອງ ຫວຽດນາມ ອີກດ້ວຍ.

ຕາມບັນດານັກຊ່ຽວຊານແລ້ວ, ຫງວຽນອ໊າຍກວັກ ໄດ້ປ່ຽນຄວາມຮັບຮູ້ໂດຍພື້ນຖານກ່ຽວກັບເສັ້ນທາງກູ້ຊາດ, ປົດປ່ອຍຊາດ ຂອງຕົນ ເມື່ອອ່ານ ຮ່າງເອກະສານຄັ້ງທີ 1 ບັນດາ ວິທະຍານິພົນ ກ່ຽວກັບບັນຫາຊົນຊາດ ແລະ ບັນຫາຫົວເມືອງຂຶ້ນ” ຂອງ V.I.Lenin ໃນໜັງສືພິມ L’Humanite (ມະນຸດສະທຳ), ທີ່ໄດ້ພິມຈຳໜ່າຍໃນວັນທີ 16 ແລະ 17 ກໍລະກົດ ປີ 1920. ທ່ານສາດສະດາຈານ, ປ.ອ Vladimir Kolotov, ນັກວິທະຍາສາດການເມືອງ, ຜູ້ອຳນວຍການສະຖາບັນ ໂຮ່ຈີມິນ ຂຶ້ນກັບ ມະຫາວິທະຍາໄລສັງລວມ Saint.Peterburg ລັດເຊຍ ໃຫ້ຮູ້ວ່າ

ເມື່ອປະທານໂຮ່ຈີມິນໄປຮອດ ສະຫະພັນ ໂຊວຽດ, ກ່ອນອື່ນໝົດເພິ່ນໄດ້ຮຽນທິດສະດີປະຕິວັດ, ແນວຄິດ ມາກ - ເລນິນ ແລະ ເສັ້ນທາງກໍ່ສ້າງລັດ, ກໍ່ສ້າງພັກ, ບຳລຸງສ້າງພະນັກງານ ແລະ ບັນດາໄລຍະສຳຄັນທີ່ສຸດຂອງການປະຕິວັດແມ່ນ ລຸກຮື້ຂຶ້ນ ຍາດອຳນາດ ແລະ ການຄຸ້ມຄອງປະເທດຊາດ ພາຍຫຼັງຍາດໄດ້ອຳນາດການປົກຄອງ. ດັ່ງນັ້ນ ເລື່ອງປະທານ ປະທານໂຮ່ຈີມິນໄປຍັງ ໂຊວຽດເມື່ອປີ 1923 ແມ່ນເຫດການສຳຄັນທີ່ສຸດສຳລັບການປະຕິວັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ