18 ປີ ພາຍຫຼັງເຫດກໍ່ການຮ້າຍ ວິນາດສະກໍາຕຶກແຝດໃນວັນທີ 11 ກັນຍາ - ການກໍ່ການຮ້າຍຍັງບໍ່ທັນສິ້ນສຸດເທື່ອ

(VOVWORLD) -   ກ່ອນນີ້  18 ປີ, ວັນທີ 11 ກັນຍາ ປີ 2001, ກຸ່ມກໍ່ການຮ້າຍ al-Qaeda  ໄດ້ປະຕິບັດບັນດາການບຸກໂຈມຕີສະຫຼະຊີບ ແນໃສ່ປະເທດ ອາເມລິກາ. ນອກຈາກໂຈນອາກາດ 19 ຄົນແລ້ວ, ຍັງມີສາມັນຊົນທັງໝົດ 2819 ຄົນຖືກເສຍຊີວິດ, ກໍ່ຜົນເສຍຫາຍດ້ານເສດຖະກິດປະມານ 100 ຕື້ USD. ເຫດວິນາດສະກໍາໃນວັນທີ 11 ກັນຍາ ໄດ້ເລີ່ມຕົ້ນໃຫ້ແກ່ສົງຄາມຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ທີ່ແກ່ຍາວມາຮອດປັດຈຸບັນ  ແລະ ຍັງບໍ່ທັນມີສັນຍານສິ້ນສຸດລົງເທື່ອ.

        ຕອນເຊົ້າວັນທີ 11 ກັນຍາ 2001, ໂຈນອາກາດ 11 ຄົນ ໄດ້ປຸ້ນເອົາເຮືອບິນພົນລະເຮືອນພາຍໃນປະເທດ 04 ລໍາພ້ອມກັນ, ໃນນັ້ນ, ເຮືອບິນ 2 ລໍາໄດ້ບິນຕໍ່າໃສ່ຕຶກແຝດຂອງສູນການຄ້າໂລກ ຢູ່ນະຄອນ New York ເຮັດໃຫ້ ຕຶກທັງສອງນັ້ນ ຖືກພັງທະລາຍລົງພາຍໃນ 2 ຊົ່ວໂມງ ແລະ ບັນດາຕຶກຢູ່ໃກ້ນັ້ນກໍຖືກຜົນສະທ້ອນຢ່າງໜັກໜ່ວງ. ເຮືອບິນລໍາທີ 3 ໄດ້ບິນຕໍ່າໃສ່ທໍານຽບ 5 ແຈ, ສໍານັກງານກະຊວງປ້ອງກັນປະເທດ ອາເມລິກາ, ຢູ່ Arlington, Virginia. ສ່ວນເຮືອບິນລໍາທີ 4 ແມ່ນຕົກລົງທົ່ງນາຢູ່ໃກ້ Shankvilles ຂຶ້ນກັບລັດ Pennsylvania. ຕາມຜົນການສືບສວນຂອງລັດຖະບານ ອາເມລິກາ ແລ້ວ, ໂຈນອາກາດ 19 ຄົນນັ້ນລ້ວນແຕ່ແມ່ນສະມາຊິກຂອງອົງການກໍ່ການຮ້າຍ ອິດສະລາມ al-Qaeda ໂດຍ Osama bin Laden ເປັນຫົວໜ້າ. ພາຍຫຼັງເຫດບຸກໂຈມຕີດັ່ງກ່າວ, ອໍານາດການປົກຄອງ ອາເມລິກາ ໄດ້ປຸກລະດົມທໍາສົງຄາມຕໍ່ສູ້ຕ້ານການກໍ່ການຮ້າຍ, ລ້າງຜານຫົວໜ້າອົງການກໍ່ການຮ້າຍ ອິດສະລາມ al-Qaeda ແລະ ກວາດລ້າງບັນດາພາກສ່ວນ Taliban ທີ່ໜູນຫຼັງໃຫ້ແກ່ ອົງການກໍ່ການຮ້າຍດັ່ງກ່າວ. ເຖິງຢ່າງໃດກໍຕາມໄລ່ມາຮອດປັດຈຸບັນ, ສົງຄາມຕ້ານການກໍ່ການຮ້າຍຂອງ ອາເມລິກາ ຍັງບໍ່ສິ້ນສຸດລົງເທື່ອ.  ຫຼັກຖານແມ່ນ ປັດຈຸບັນ ປະເທດ ອາບການິດສະຖານ - ເຊິ່ງແມ່ນເຮືອນຮັງຂອງກໍາລັງ ຕາລີບານ ຍັງຄົງແມ່ນຊາກຫັກພັງຍ້ອນລູກລະເບີດທໍາລາຍ ແລະ ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ຕາລີບານ ຍັງບໍ່ທັນຖືກດໍາເນີນເທື່ອ ເຖິງວ່າໄດ້ວາງແຜນແລ້ວກໍ່ຕາມ.


ຕອບກັບ

ຂ່າວ/ບົດ​ອື່ນ