22ປະເທດເຂົ້າຮ່ວມງານວາງສະແດງMININGVIETNAM2016

22ປະເທດເຂົ້າຮ່ວມງານວາງສະແດງMININGVIETNAM2016 - ảnh 1
(ພາບປະກອບ)

(vovworld) - ງານ​ວາງສະ​ແດງ “MINING VIETNAM 2016: ​​ໄຂ​ກະ​ແຈ​ແຫຼ່ງຊັບພະຍາກອນ​ໂລຫະ​ຢູ່ ຫວຽດນາມ” ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29 – 31/03/2016 ຢູ່​ສູນ​ວາງສະ​ແດງ​ສາກົນ (I.C.E), ຮ່າ​ໂນ້ຍ, ຫວຽດນາມ.

        MINING VIETNAM 2016 ​ແມ່ນ​ສະຖານ​ທີ່​ ​ເຊິ່ງບັນ​ດາ​ຫົວໜ່ວຍ​ແຖວ​ໜ້າ​ໂລກ​ພົບ​ປະ​ກັບ​ບັນ​ດາ​ການ​ນຳພາ​ຍ​ໃນ​ປະ​​ເທດ ​ເພື່ອ​ພ້ອມກັນ​ຊຸກຍູ້​ຂະ​ແໜງ​ອຸດສາ​ຫະກຳຂຸດ​ຄົ້ນ​​ໂລຫະຢູ່ ຫວຽດນາມ ຖືກ​​ໄຂ​ຂຶ້ນ​ເປັນ​ທຳ​ອິດ​ໃນ​ປີ 2012, ມາ​ຮອດ​ປະຈຸ​ບັນງານ​ວາງສະ​ແດງ MINING VIETNAM ​ແມ່ນ​ເຫດການ​ສຳຄັນ​ຂອງ​ຂະ​ແໜງ​ຂຸດຄົ້ນ ​ແລະ ຟື້ນ​ຟູຊັບພະຍາກອນ​ໂລຫະທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ພາຍ​ໃນ​ປະ​ເທດ, ​ໄດ້​ເຕົ້າ​ໂຮມ​​ບັນດາ​ຫົວໜ່ວຍສະໜອງ​ໃນ​ທົ່ວ​ໂລກ​​ເປັນຈຳນວນ​ຫລວງ​ຫລາຍ. ປີ​ນີ້, ງານ​ວາ​ງາ​ສະ​ແດງ​ໄດ້​ດຶງ​ດູດ​ 161 ຫົວໜ່ວຍ ທີ່​ມາ​ຈາກ 22 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ.

        ພິ​ເສດ, ງານ​ວາງສະ​ແດງ MINING VIETNAM 2016 ຈະ​ມີ​ກອງ​ປະຊຸມ​​ເຕັກ​ນິດ​ ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຈາກ​ອົງ​ການ​ການ​ຄ້າ ອົດ​ສະ​ຕາ​ລີ. ກອງ​ປະຊຸມ​ຈະ​ເຕື້ອງ​ເຖິງ 3 ​​ແງ່​ມູນທີ່​ຮ້ອນ​ເຮັ່ງ​ຂອງ​ຂະ​ແໜງ​ຂຸດ​ຄົ້ນ​​ໂລຫະ​ໃນ​ປະຈຸ​ບັນ​ແມ່ນ: ສະມັດ​ຕະພາບ, ປະສິດທິ​ຜົນ ​ແລະ ລັກສະນະບຸກທະລຸ ດ້ວຍ​ການ​ແບ່ງປັນ​ບົດຮຽນ ​ແລະ ຄວາມ​ຮູ້​ອັນ​ລ້ຳ​ຄ່າ​ຈາກ​ບັນດາ​ນັກ​ຮຽນ​ຮູ້​ທີ່​ມີຊື່​ສຽງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​​ແລະ ອົດສະຕາ​ລີ.

 


ຂ່າວ/ບົດ​ອື່ນ