3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

(VOVWORLD) - ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.
3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ (ພາບ: TTXVN)

ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລ້ວ, ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງ ການນຳສູງສຸດຂອງພັກ, ລັດ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ, ພາຍຫຼັງ 1 ປີ ການຢ້ຽມຢາມຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ (ຕຸລາ ປີ 2022).

ຕາມທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ແລ້ວ, ມີ 3 ຈຸດທີ່ສອງຝ່າຍລ້ວນແຕ່ມຸ່ງຫວັງໃນການຢ້ຽມຢາມຄັ້ງນີ້. ທີໜຶ່ງແມ່ນມຸ່ງຫວັງກ່ຽວກັບຖານະບົດບາດໃໝ່, ລະດັບໃໝ່ ຂອງການພົວພັນສອງຝ່າຍ. ທີສອງແມ່ນ ມຸ່ງຫວັງກ່ຽວກັບບັນດາໝາກຜົນຂອງການຮ່ວມມືທີ່ແທດຈິງ ໃນທຸກຂົງເຂດ ແລະ ທີສາມແມ່ນມຸ່ງຫວັງກ່ຽວກັບປະກົດການແຜ່ກະຈາຍຂອງການຢ້ຽມຢາມເທິງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະ.

ຕອບກັບ

ຂ່າວ/ບົດ​ອື່ນ