ເຮັດໃຫ້ການຮ່ວມມື 2 ຝ່າຍ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ຫວຽດນາມ ມີທີ່ຕັ້ງສຳຄັນໃນບັນດາບຸລິມະສິດຂອງ ລັດເຊຍ ຢູ່ພາກພື້ນ ອາຊີ  - ປາຊີຟິກ.
ເຮັດໃຫ້ການຮ່ວມມື 2 ຝ່າຍ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງຂຶ້ນຕື່ມ - ảnh 1  ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko
(ພາບ: TTXVN)

        ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະຖານທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຈັດການແບ່ງປັນຂໍ້ມູນກ່ຽວກັບສະພາບການຂອງປະເທດ ລັດເຊຍ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ.

        ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ, ສາດສະດາຈານ Gennady Stepanovich Bezdetko ຢືນຢັນວ່າ, ຫວຽດນາມ ມີທີ່ຕັ້ງສຳຄັນໃນບັນດາບຸລິມະສິດຂອງ ລັດເຊຍ ຢູ່ພາກພື້ນ ອາຊີ  - ປາຊີຟິກ. ທ່ານໄດ້ເນັ້ນໜັກເຖິງການໂອ້ລົມທາງໂທລະສັບໃນວັນທີ 26 ມີນາ ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານກໍ່ປະທານາທິບໍດີ ລັດເຊຍ Vladimir Putin. ຕາມນັ້ນແລ້ວ, ການນຳ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີຕໍ່ການກຳນົດທິດໃຫຍ່ຈຳນວນໜຶ່ງ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງໃນທຸກຂົງເຂດ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ, ທ່ອງທ່ຽວ… ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ, 2 ຝ່າຍພວມກະກຽມເນື້ອໃນລະອຽດໃຫ້ແກ່ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ Vladimir Putin, ຫວັງວ່າ, ການຢ້ຽມຢາມຈະສ້າງກຳລັງໜູນໃໝ່ ເພື່ອເຮັດໃຫ້ການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ V.N.Kharino, ຜູ້ຕາງໜ້າການຄ້າ ລັດເຊຍ ປະຈຳ ຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ, 2 ປະເທດພວມມານະພະຍາຍາມປະຕິບັດສັນຍາການຄ້າເສລີລະຫວ່າງພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU) ແລະ  ຫວຽດນາມ ໃຫ້ມີປະສິດທິຜົນ ເພື່ອເພີ່ມວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 10 ຕື້ USD ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ