4 ຝ່າຍ​ທີ່ກ່ຽວ​ຂ້ອງ​ເຫັນ​ດີ​ບົນ​ຫຼັກ​ການ​ກ່ຽວ​ກັບການ​ສິ້ນ​ສຸດ​ສົງ​ຄາມ ສ.ປ​.ປ ເກົາຫຼີ ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ໃນຕອນເຊົ້າຂອງວັນທີ 13 ທັນວາ ກ່າວປາໄສທີ່ກອງປະຊຸມຖະແຫຼງຂ່າວຮ່ວມ ກັບ ທ່ານປະທານາທິບໍດີ ອົດສະຕາລີ  Scott Morrison, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae in ໃຫ້ຮູ້ວ່າ 4 ຝ່າຍທີ່ກ່ຽວຂ້ອງໃນການຕໍ່ສູ້ຢູ່ແຫຼມເກົາຫຼີ ລວມມີ ສ. ເກົາຫຼີ, ສ.ປ.ປ ເກົາຫຼີ, ຈີນ, ອາເມລິກາ ໄດ້ເຫັນດີບົນຫຼັກການກ່ຽວກັບການສິ້ນສຸດການຕໍ່ສູ້ຢູ່ແຫຼມເກົາຫຼີ ຢ່າງເປັນທາງການ.
4 ຝ່າຍ​ທີ່ກ່ຽວ​ຂ້ອງ​ເຫັນ​ດີ​ບົນ​ຫຼັກ​ການ​ກ່ຽວ​ກັບການ​ສິ້ນ​ສຸດ​ສົງ​ຄາມ ສ.ປ​.ປ ເກົາຫຼີ ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae in(ພາບ: Lukas Coch/AFP/Getty)

ແຕ່ວ່າ ທ່ານປະທານາທິບໍດີ Moon Jae in ໃຫ້ຮູ້ວ່າ ການເຈລະຈາກ່ຽວກັບບັນຫານີ້ກຳລັງຖືກຢຸດສະງັກຍ້ອນຝ່າຍ ສ.ປ.ປ ເກົາຫຼີ “ໄດ້ຖອຍອອກ ຍ້ອນນະໂຍບາຍເປັນປໍລະປັກຂອງອາເມລິກາ” ສ.ປ.ປ ເກົາຫຼີ ໄດ້ວາງເງື່ອນໄຂເບື້ອງຕົ້ນວ່າ ອາເມລິກາ ຕ້ອງຢຸດຕິນະໂຍບາຍເປັນປໍລະປັກ ແລ້ວ ສ.ປ.ປ ເກົາຫຼີ ຈຶ່ງຈະເລີ່ມຕົ້ນເຂົ້າໃນການເຈລະຈາ ກ່ຽວກັບການຖະແຫຼງສິ້ນສຸດສົງຄວາມ ກັບ ສ.ເກົາຫຼີ ແລະ ອາເມລິກາ.

        ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae in ກໍ່ໃຫ້ຮູ້ວ່າ ແຕ່ລະຝ່າຍຕ້ອງຢຸດຕິການສູ້ຮົບທີ່ໄດ້ຄົງຕົວມາເກືອບ 70 ປີ ແລະ ເລີ່ມຕົ້ນເຈລະຈາກ່ຽວກັບຂະບວນວິວັດການປອດນິວເຄຼຍ ແລະ ສັນຕິພາບ ຢູ່ແຫຼມເກົາຫຼີ. ນີ້ແມ່ນບັນດາບັນຫາທີ່ສຳຄັນ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າຈະມຸ້ງໝັ້ນເດີນຕາມເປົ້າໝາຍນີ້ເພື່ອໃຫ້ການປຶກສາຫາລືສາມາດເລີ່ມຕົ້ນຢ່າງຈິງຈັງ.

ຕອບກັບ

ຂ່າວ/ບົດ​ອື່ນ