45 ບົດປະພັນໄດ້ຮັບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ 6 ລາງວັນ ລວມມີ: 1 ລາງວັນ A, 3 ລາງວັນ B, 2 ລາງວັນ C ແລະ 1 ລາງວັນຊົມເຊີຍ.
45 ບົດປະພັນໄດ້ຮັບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1ພິທີລາງວັນສື່ມວນຊົນທົ່ວປະເທດ
(ພາບ: mattran.org.vn)

ຕອນຄ່ຳວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍ ຄັ້ງທີ 3, ປີ 2020 – 2021.

ລາງວັນສື່ມວນຊົນທົ່ວປະເທດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ເພື່ອແນໃສ່ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ຕີລາຄາສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ; ເສີມຂະຫຍາຍບົດບາດຂອງປະຊາຊົນ ແລະ ພາຫະນະສື່ມວນຊົນ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ສິ່ງຫຍໍ້ທໍ້; ສົ່ງເສີມໃຫ້ປະຊາຊົນ ແລະ ບັນດາອົງການສື່ມວນຊົນສ່ອງແສງ, ກ້າວຟ້ອງ ແລະ ຕັ້ງໜ້າຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຊຸດໂຊມ, “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ”.

ໃນການມອບລາງວັນຄັ້ງນີ້, ຄະນະຈັດຕັ້ງໄດ້ເຊີດຊູ 45 ບົດປະພັນດີເດັ່ນທີ່ສຸດ. ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ 6 ລາງວັນ ລວມມີ: 1 ລາງວັນ A, 3 ລາງວັນ B, 2 ລາງວັນ C ແລະ 1 ລາງວັນຊົມເຊີຍ.

ຕອບກັບ

ຂ່າວ/ບົດ​ອື່ນ