5 ເດືອນຕົ້ນປີ 2022, ການສົ່ງອອກສິນໃນນ້ຳເພີ່ມຂຶ້ນກວ່າ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

(VOVWORLD) -ບັນດານັກຊ່ຽວຊານ, ນັກນຳເຂົ້າ, ຜູ້ຕາງໜ້າອົງການການຄ້າ ຫວຽດນາມ ປະຈຳບາງປະເທດສະມາຊິກ RCEP (ຈີນ, ຍີ່ປຸ່ນ, ອົດສະຕາລີ) ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ກາລະໂອກາດສຳລັບບັນດາຜະລິດສະພັນສິນໃນນ້ຳຂອງ ຫວຽດນາມ ຢູ່ບັນດາຕະຫຼາດ RCEP.
5 ເດືອນຕົ້ນປີ 2022, ການສົ່ງອອກສິນໃນນ້ຳເພີ່ມຂຶ້ນກວ່າ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 - ảnh 1(ພາບປະກອບ)

ໃນລະຫວ່າງວັນທີ 30 – 31 ພຶດສະພາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ໄດ້ສົມທົບກັບບັນດາອົງການການຄ້າ - ສະຖານທູດ ຫວຽດນາມ ປະຈຳບັນດາປະເທດສະມາຊິກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຈັດກອງປະຊຸມແລກປ່ຽນການຄ້າສິນໃນນ້ຳ ຫວຽດນາມ ກັບບັນດາຕະຫຼາດ RCEP 2022 ແບບທາງໄກ.

        ທີ່ກອງປະຊຸມຄົບຄະນະ, ບັນດານັກຊ່ຽວຊານ, ນັກນຳເຂົ້າ, ຜູ້ຕາງໜ້າອົງການການຄ້າ ຫວຽດນາມ ປະຈຳບາງປະເທດສະມາຊິກ RCEP (ຈີນ, ຍີ່ປຸ່ນ, ອົດສະຕາລີ) ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ກາລະໂອກາດສຳລັບບັນດາຜະລິດສະພັນສິນໃນນ້ຳຂອງ ຫວຽດນາມ ຢູ່ບັນດາຕະຫຼາດ RCEP. ພາຍຫຼັງກອງປະຊຸມຄົບຄະນະໄດ້ດຳເນີນວາລະແລກປ່ຽນການຄ້າທາງອອນລາຍລະຫວ່າງວິສາຫະກິດ ຫວຽດນາມ ແລະ ວິສາຫະກິດທີ່ມາຈາກບັນດາປະເທດ RCEP. ໃນໄລຍະ 5 ເດືອນຕົ້ນປີ 2022, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸປະມານ 4,5 ຕື້ USD, ເພີ່ມຂຶ້ນ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສະເພາະປາຈາ ແລະ ກຸ້ງບັນລຸປະມານ 2,8 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ