6 ເດືອນຕົ້ນປີ ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕ 6,76%

(VOVWORLD) -    ຕາມບົດລາຍງານດ້ານເສດຖະກິດມະຫາພາກໄຕມາດ II ປີ 2019 ຂອງສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (VEPR) ປະກາດໃນຕອນເຊົ້າວັນທີ 11 ກໍລະກົດ ຢູ່ ຮ່າໂນ້ຍ, 6 ເດືອນຕົ້ນປີ ເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ເພີ່ມຂຶ້ນ 9,7% ສູງກວ່າ ລະດັບ 8,5% ໃນໄລຍະດຽວກັນຂອງປີກາຍ. 

ໄລ່ຮອດທ້າຍເດືອນມີຖຸນາ ມີກວ່າ 1.700 ໂຄງການໄດ້ຮັບຫນັງສືອະນຸຍາດລົງທຶນໃຫມ່, ດ້ວຍຈຳນວນທຶນຈົດທະບຽນບັນລຸກວ່າ 7,4 ຕຶ້ USD. ຂະແຫນງອຸດສາຫະກຳ ແລະ ປຸງແຕ່ງ, ປະດິດສ້າງຍັງຄົງແມ່ນຂົງເຂດດຶງດູດ FDI ຫລາຍສຸດ ດ້ວຍທຶນກວມເອົາກວ່າ 73% ຍອດທຶນຈົດທະບຽນໃຫມ່, ແມ່ນກຳລັງຫນູນຂອງການເຕີບໂຕເສດຖະກິດຫວຽດນາມ. ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມ ບັນລຸເກືອບ 8,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 7,5%.

ຕາມບົດລາຍງານຂອງ VEPR ແລ້ວ, ຂົງເຂດ ບໍລິການ ບັນລຸການເຕີບໂຕຢູ່ໃນລະດັບ 6,69 %, ການຂາຍຍົກ, ຂາຍຍ່ອຍ ບັນລຸ 8,09%, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງຂະແຫນງເສດຖະກິດຫວຽດນາມ.  ວົງເງິນສົ່ງອອກໃນໄຕມາດ 2 ບັນລຸເກືອບ 123 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ