8 ພັກການເມືອງລົງນາມໃນບົດບັນທຶກຊ່ວຍຈຳ, ສ້າງຕັ້ງສຳພັນທະມິດກຳອຳນາດມີຄວາມສາມາດບົ່ມຊ້ອນຫຼັງການເລືອກຕັ້ງ

(VOVWORLD) - ບົດບັນທຶກຊ່ວຍຈຳໄດ້ຮັບການລົງນາມມີ 23 ຂໍ້, ວາງອອກການກຳນົດທິດທາງເຄື່ອນໄຫວຂອງລັດຖະບານ...
8 ພັກການເມືອງລົງນາມໃນບົດບັນທຶກຊ່ວຍຈຳ, ສ້າງຕັ້ງສຳພັນທະມິດກຳອຳນາດມີຄວາມສາມາດບົ່ມຊ້ອນຫຼັງການເລືອກຕັ້ງ - ảnh 1ພິທີເຊັນບົດບັນທຶກຊ່ວຍຈຳຂອງ 8 ພັກການເມືອງ
(ພາບ:Thaienquirer)

ຕອນບ່າຍວັນທີ 22 ພຶດສະພາ, ຜູ້ຕາງໜ້າຂອງ 8 ພັກການເມືອງເຂົ້າຮ່ວມສຳພັນທະມິດກຳອຳນາດມີຄວາມສາມາດບົ່ມຊ້ອນ ໄດ້ລົງນາມບົດບັນທຶກຊ່ວຍຈຳຢ່າງເປັນທາງການ, ເຊິ່ງໄດ້ວາງອອກການກຳນົດທິດທາງເຄື່ອນໄຫວຂອງລັດຖະບານໂດຍ ພັກກ້າວໄກ ນຳພາຫຼັງການເລືອກຕັ້ງ.

        ທີ່ພິທີລົງນາມ, ທ່ານ ພິທາ ລິ້ມຈະເຣີນຣັດ, ປະທານພັກ ກ້າວໄກ ໃຫ້ຮູ້ວ່າ: ເລື່ອງ 8 ພັກການເມືອງ ກວມ 313 ໃນຈຳນວນ 500 ທີ່ນັ່ງຢູ່ສະພາຕ່ຳເຂົ້າຮ່ວມການສ້າງສຳພັນທະມິດກຳອຳນາດໄດ້ສ່ອງແສງວິວັດການຫັນປ່ຽນ, ນຳປະເທດ ໄທ ກາຍເປັນລະບົບປະຊາທິປະໄຕລັດຖະສະພາ. ທ່ານ ພິທາ ກໍ່ໃຫ້ຮູ້ວ່າ: ບັນດາມາດຕາໃນບົດບັນທຶກຊ່ວຍຈຳຈະບໍ່ສົ່ງຜົນກະທົບເຖິງລະບອບລາຊາທິປະໄຕສ້າງລັດຖະທຳມະນູນ ກໍ່ຄືການຄົງຕົວຂອງພະລາດຊະວົງຢູ່ ໄທ.

        ຕາມສື່ມວນຊົນໄທ ແລ້ວ, ບົດບັນທຶກຊ່ວຍຈຳໄດ້ຮັບການລົງນາມມີ 23 ຂໍ້, ວາງອອກການກຳນົດທິດທາງເຄື່ອນໄຫວຂອງລັດຖະບານ, ໃນນັ້ນ, ຊຸກຍູ້ການປະຕິຮູບລະບົບການບໍລິຫານສາທາລະນະ, ຕຳຫຼວດ, ກຳລັງປະກອບອາວຸດ ແລະ ລະບົບຕຸລາການ, ແທນທີຂໍ້ກຳນົດພັນທະການທະຫານແບບບັງຄັບ ຫັນໄປເປັນແບບຮັບສະໝັກດ້ວຍຄວາມສະໝັກໃຈ. ລັດຖະບານ ໃໝ່ຈະແກ້ໄຂໄພສໍ້ລາດບັງຫຼວງ, ຈັດແບ່ງຂັ້ນສິດອຳນາດ, ງົບປະມານໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ; ພ້ອມທັງຊຸກຍູ້ການພັດທະນາເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຍົກສູງລາຍຮັບ ແລະ ເພີ່ມສະຫວັດດີການສັງຄົມໃຫ້ແກ່ປະຊາຊົນທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ