84 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ

(VOVWORLD) -ບັນດາມາດຕະການເຂົ້າຮ່ວມການເສັງໄດ້ແບ່ງເປັນ 6 ຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກໂທລະຄົມມະນາຄົມ; ວັດສະດຸ, ທາດເຄມີ, ພະລັງງານ; ກະສິກຳ, ປ່າໄມ້, ການປະມົງ
84 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ - ảnh 1ມີປະກາດ 84 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2022
(ພາບປະກອບ:hanoimoi.com.vn)

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍການປະດິດຄິດສ້າງເຕັກນິກ ຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ປະກາດ 84 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2022, ໃນນັ້ນມີລາງວັນທີໜຶ່ງ 5 ລາງວັນ.

        ການເສັງປະດິດຄິດສ້າງເຕັກນິກທົ່ວໂລກຄັ້ງທີ 16 (2020 – 2021) ມີນັບ 1.000 ມາດຕະການແກ້ໄຂໄດ້ສົ່ງເຂົ້າມາຮ່ວມ. ບັນດາມາດຕະການເຂົ້າຮ່ວມການເສັງໄດ້ແບ່ງເປັນ 6 ຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກໂທລະຄົມມະນາຄົມ; ວັດສະດຸ, ທາດເຄມີ, ພະລັງງານ; ກະສິກຳ, ປ່າໄມ້, ການປະມົງ, ຊັບພະຍາກອນທຳມະຊາດ ສິ່ງແວດລ້ອມ; ສາທາລະນະສຸກ, ການຢາ; ການສຶກສາ ແລະ ບຳລຸງສ້າງ…

        ພິທີສະຫຼຸບ ແລະ ມອບລາງວັນດັ່ງກ່າວໄດ້ດຳເນີນໃນວັນທີ 11 ພຶດສະພາ 2022 ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ