9 ເດືອນ ປີ 2018, ຫວຽດນາມດຶງດູດທຶນ FDI ໄດ້ເກືອບ 25,4 ຕື້ໂດລາສະຫະລັດ

(VOVWORLD) -ວັນທີ 26 ກັນຍາ, ກົມລົງທຶນຕ່າງປະເທດໃຫ້ຮູ້ວ່າ ໃນ 9 ເດືອນປີ 2018, ລວມຍອດທຶນຈົດທະບຽນໃໝ່, ໄດ້ເພີ່ມຂຶ້ນ ແລະ ປະກອບທຶນຊື້ຮຸ້ນ ຂອງນັກລົງທຶນຕ່າງປະເທດແມ່ນເກືອບ 25,4 ຕື້ໂດລາສະຫະລັດຕື່ມອີກ.

ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 18 ຂົງເຂດ, ໃນນັ້ນຂົງເຂດອຸດສະຫະກຳປຸງແຕ່ງ, ປະດິດສ້າງ ແມ່ນຂົງເຂດທີ່ດຶງດູດຄວາມສົນໃຈໄດ້ຫຼາຍທີ່ສຸດ ດ້ວຍຍອດເງິນລົງທຶນບັນລຸ 11,3 ຕື້ໂດລາສະຫະລັດ. ຂົງເຂດເຄື່ອນໄຫວດຳເນີນທຸລະກິດອະສັງຫາລິມະຊັບ ຢືນຢູ່ອັນດັບສອງ; ຢືນອັນດັບສາມແມ່ນຂົງເຂດການຂາຍຍົກ, ຂາຍຍ່ອຍ.

ໃນ 9 ເດືອນປີ 2018 ມີ 104 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ຫວຽດນາມ. ຍີ່ປຸ່ນຢືນອັນດັບໜຶ່ງ ດ້ວຍຍອດເງິນລົງທຶນທັງໝົດ 7 ຕື້ໂດລາສະຫະລັດ; ສ. ເກົາຫຼີ ຢືນອັນດັບສອງ ແລະ ສິງກະໂປ ຢືນອັນດັບສາມ.

ແລະກໍ່ໃນ 9 ເດືອນປີ 2018 ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 59 ແຂວງ ນະຄອນ, ໃນນັ້ນ ຮ່າໂນ້ຍແມ່ນທ້ອງຖິ່ນທີ່ດຶງດູດເງີນລົງທຶນຕ່າງປະເທດໄດ້ຫຼາຍທີ່ສຸດ ດ້ວຍຍອດທຶນຈົດທະບຽນແມ່ນ 5,8 ຕື້ໂດລາສະຫະລັດ; ນະຄອນ ໂຮ່ຈີມິນ ຢືນອັບດັບສອງ ແລະ ບ່າເຣ້ຍ - ຫວຸງເຕົ່າ ຢືນອັນດັບສາມ

ຕອບກັບ

ຂ່າວ/ບົດ​ອື່ນ