PVOILLao-ຮູບແບບດຳເນີນທຸລະກິດນ້ຳມັນແອັດຊັງປະສົບຜົນສຳເລັດຂອງຫວຽດນາມຢູ່ລາວ

PVOILLao-ຮູບແບບດຳເນີນທຸລະກິດນ້ຳມັນແອັດຊັງປະສົບຜົນສຳເລັດຂອງຫວຽດນາມຢູ່ລາວ - ảnh 1
ທ່ານ ຫງວຽນກີມເຊີນ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

(vovworld) – ​ ​ ຕອນ​ຄ່ຳ​ວັນ​ທີ 30/11 ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ, ບໍລິ​ສັດ​ໃຫຍ່​ນ້ຳມັນ​ອາຍ​ແກັສ ລາວ (PV OIL), ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງຢູ່ ລາວ (1/12/2010 – 1/12/2015). ​​ໂດຍໄດ້ຮັບ​ການ​ສ້າງ​ຕັ້ງ​ບົນ​ພື້ນຖານ​ຊື້​ຄືນ​ລະບົບ​ແຈກ​ຢາຍ​ຂອງ Shell du Laos ຈາກ​ກຸ່ມ​ບໍລິສັດ Shell ​ແລະ ​​ໄດ້​ນຳເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 1/12/2010. ​ໃນ 5 ປີຜ່ານ​ມາ, ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄວາມ​ຫຍຸ້ງຍາກ​ຈາກວິ​ກິດ​ການ​ເສດຖະກິດ, ການ​ເງິນ​ໂລກ ​ຂຶ້ນ, PV OIL ລາວ ​ໄດ້​ມີ​ການ​ເຕີບ​ໃຫຍ່​ຢ່າງ​ກະ​ໂດດ​ຂັ້ນ​ທາງ,​ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຫົວໜ່ວຍ​​ແຖວ​ໜ້າ​ໃນ​ທົ່ວລະບົບ PV OIL. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຮີ່ງຫງວຽນ​ແບກ​ຕວຽນ, ປະທານ​ສະພາ​ບໍລິຫານ PV OIL ລາວ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ PV OIL ລາວ ຈະ​ສືບ​ຕໍ່​ເປີດ​ກ້ວາງ​ຕາໜ່າງຂາຍຍ່ອຍ, ຍູ​້​ແຮງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ນ້ຳມັນ​ແອັດ​ຊັງ. ປະກອບສ່ວນ​ໜຶ່ງ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ - ສັງຄົມ ລາວ, ປະກອບສ່ວນ​ຍົກ​ວົງ​ເງິນ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ, ຜ່ານ​ນັ້ນ​ ​ຊຸກຍູ້ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ພິ​ເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ກ່ວາ​ອີກ

 


ຂ່າວ/ບົດ​ອື່ນ