UNESCO ກ່າວປະນາມISທຳລາຍກິດຈະກຳວັດທະນະທຳຢູ່ຊີຣີ

UNESCO ກ່າວປະນາມISທຳລາຍກິດຈະກຳວັດທະນະທຳຢູ່ຊີຣີ - ảnh 1
ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຢູ່ຊີ​ຣີ ຖືກ IS ທຳ​ລາຍ
ພາບ:internet

(vovworld)- ວັນ​ທີ 20/1, ອົງ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ ຂອງ ສ​ປ​ຊ (UNESCO) ໄດ້​ອອກ​ຖະ​ແຫລງ​ການ​ຢືນ​ຢັນ: ເລື່ອງ​ທະ​ຫານ​ກະ​ບົດ​ອົງ​ການ ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ໄດ້​ທຳ​ລາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ 2 ແຫ່ງ ທີ່​ມີ​ຊື່​ສຽງ ຢູ່​ພາກ​ກາງ ຊີ​ຣີ ນັ້ນ​ແມ່ນ “ໂທດ​ກຳ​ສົງ​ຄາມ”. ທ່ານ Irina Bokova ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ຖະ​ແຫລງວ່າ: “ການ​ທຳ​ລາຍ​ດັ່ງ​ກ່າວ​ແມ່ນ​ໂທດ​ກຳ​ສົງ​ຄາ​ມ​ແບບ​ໃຫມ່, ກໍ່​ຄວາ​ມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ປະ​ຊາ​ຊົນ ຊີ​ຣີ ເວົ້າ​ສະ​ເພາະ ແລະ ມະ​ນຸດ​ເວົ້າ​ລວມ.” ກ່ອນ​ຫນ້ານັ້ນ, ໂທ​ລະ​ພາບ​ແຫ່ງ​ລັດ ຊີ​ຣີ ໄດ້​ແຜ່​ພາບ​ໂຮງ​ລະ​ຄອນ​ໂຣມ​ບູ​ຮານ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 2 ໄດ້​ຖືກ  IS ທຳ​ລາຍ​ທັງ​ໝົດ​. ສ່ວນ​ກິດ​ຈະ​ກຳສະ​ຖາ​ປັດ​ຕະ​ຍະ​ກຳ Tetrapylon ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນ​ເກົ່າ​ນີ້ ກໍ​ໄດ້​ຖືກ IS ທຳ​ລາຍ. 


ຕອບກັບ

ຂ່າວ/ບົດ​ອື່ນ