WIPO ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະ ຊຸກຍູ້ສິດຊັບສິນທາງປັນຍາຢູ່ ຫວຽດນາມ

WIPO ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະ ຊຸກຍູ້ສິດຊັບສິນທາງປັນຍາຢູ່ ຫວຽດນາມ - ảnh 1
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳລະ​ຫວ່າງ 2 ຝ່າຍ

(vovworld) - ​​​​​ ​​ ​​​ຫ​ວຽດ​ນາມ ພວມ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມປັບ​ປຸງ​ລະ​ບອບ​​ລະ​ບຽບ​ການກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ສິດ​ປະ​ດິດ​ສ້າງ ແລະ ສິດ​ກ່ຽວ​ຂ້ອງ​ເພ​ື່ອ​ຜັນ​ຂະ​ຫຍາຍ​ປ​ະ​ຕິ​ບັດ​ໃນ​ຊີ​ວິດ​ສັງ​ຄົມ. ປີ 2016, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດກ​ານ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ນີ້​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໃນ​ການ​ຕ້ອນ​ຮັບ​ທ່ານ Francis Gurry, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ (WIPO), ໃນ​ຕອນ​ບ່າຍ​ວັນ​ທີ 22/3. ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ງອກ​ທ້ຽນ ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ ຫວຽດ​ນາມ ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນ​ຍາ, ສິດ​ປະ​ດິດ​ສ້າງ ແລະ ສິດ​ກ່​ຽ​ວ​ຂ້ອງ, ພິ​ເສດ​ແມ່ນ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ມີຄຸນ​ນະ​ພາບ​ສູງ, ຊ່ວຍ​ໃຫ້ ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້​າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ກ້​ວາງ​ຂ​ວາງ​ໃນ​ຂົງ​ເຂດນີ້.

        ສ່ວນ​ທ່ານ Francis Gurry, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ (WIPO) ຢັ້ງ​ຢືນ​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນ​ຍາ. ທ່ານ Francis Gurry ກໍ່​ຫວັງ​ວ່າ ຫວຽດ​ນາມ ພິ​ຈາ​ລະ​ນາ, ເຂົ້າ​ຮ່ວມ​ບາງ​ສົນ​ທິ​ສັນ​ຍາ​ຂອງ WIPO.


ຂ່າວ/ບົດ​ອື່ນ