ABC ອຸປະຖຳຈຳນວນເງິນ 60 ລ້ານ USD ເພື່ອປັບປຸງພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ຫວຽດນາມ

(VOVWORLD) -ຄາດວ່າ, ຈະມີ 243.000 ຄົນ, ໃນນັ້ນມີ 126.300 ຄົນແມ່ນຊາວເຜົ່າຂຶ້ນກັບຊາວເຜົ່າສ່ວນໜ້ອຍຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.
ABC ອຸປະຖຳຈຳນວນເງິນ 60 ລ້ານ USD ເພື່ອປັບປຸງພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ຫວຽດນາມ - ảnh 1(ພາບປະກອບ: hanoimoi.com.vn)

ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດຜ່ານບ້ວງເງິນກູ້ຢືມທີ່ມີມູນຄ່າ 58 ລ້ານ USD ແລະ ບ້ວງເງິນຊ່ວຍເຫຼືອລ້າ 2 ລ້ານ USD ຈາກອງທັນເຕັກໂນໂລຊີຂັ້ນສູງຂອງ ADB ເພື່ອປະຕິບັດໂຄງການສ້າງພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ 2 ແຂວງ ບິ່ງດິ້ງ ແລະ ກວາງນາມ ຂອງ ຫວຽດນາມ, ພິເສດແມ່ນບັນດາເມືອງເຂດພູດອຍ, ເຂດຫ່າງໄກຊອກຫຼີກ, ເຂດມີປະຊາຄົມຊາວເຜົ່າສ່ວນໜ້ອຍດຳລົງຊີວິດເປັນຈຳນວນຫຼາຍ.

        ໂຄງການເພື່ອແນໃສ່ເປົ້າໝາຍປົວແປງເງື່ອນໄຂການດຳລົງຊີວິດຂອງບັນດາປະຊາຄົມຊາວເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກຊອກຫຼີກ. ໂຄງການຈະຮ່ວມສຳຜັນບັນດາສະຖານທີ່ຜະລິດຢູ່ເຂດຊົນນະບົດ, ເຂດຫ່າງໄກຊອກຫຼີກ ກັບບັນດາຕະຫຼາດ ແລະ ຮາກຖານຜະລິດຕົ້ນປູກໃຫ້ເປັນຢ່າງດີກວ່າ ແລະ ເພີ່ມທະວີຄວາມສາມາດສຳຜັດຂອງບັນດາຜູ້ຮັບຜົນປະໂຫຍດກັບບັນດາການບໍລິການສາທາລະນະສຸກ, ການສຶກສາ ແລະ ຕະຫຼາດ… ຄາດວ່າ, ຈະມີ 243.000 ຄົນ, ໃນນັ້ນມີ 126.300 ຄົນແມ່ນຊາວເຜົ່າຂຶ້ນກັບຊາວເຜົ່າສ່ວນໜ້ອຍຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ຄາດວ່າ, ແຕ່ລະປີຫວຽດນາມ ຖືກເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນສະພາບນ້ຳຖ້ວມສະເລ່ຍປະມານ 2,37 ຕື້ USD, ໃນນັ້ນແຂວງ ບິ່ງດິ້ງ ແລະ ກວາງນາມ ແມ່ນນອນໃນຈຳນວນແຂວງທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ