ADB ອຸ​ປະ​ຖຳ​ເງິນ​ຈຳ​ນວນ 665 ລ້ານ USD ແກ່​ໂຄງ​ການ​ໜູນ​ຊ່ວຍ​ການ​ຟື​້ນ​ຟູ​ຂຽວ​ໃຫ້​ແກ່ ອາ​ຊຽນ

(VOVWORLD) -ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດສ້າງຕັ້ງ ເວທີປາໄສຟື້ນຟູຂຽວ ອາຊຽນ ໂດຍທະນາຄານ ADB ຄຸ້ມຄອງ. ເວທີປາໄສດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງລະດົມເງິນຈຳນວນ 7 ຕື້ USD ເພື່ອນຳໃຊ້ເຂົ້າໃນໂຄງການພື້ນຖານໂຄງລ່າງທີ່ປ່ອຍອາຍກາກບອນໃນລະດັບຕ່ຳ ແລະ ມີຄວາມທົນທານຕໍ່ດິນຟ້າອາກາດຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຍູ້ໄວວິວັດການຟື້ນຟູຂອງພາກພື້ນພາຍຫຼັງໂລກລະບາດໂຄວິດ - 19.

ທີ່ກອງປະຊຸມຄັ້ງທີ 26  ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຢູ່ Glasgow, Scotland (ລາຊະອານາຈັກ ອັງກິດ), ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດສ້າງຕັ້ງ ເວທີປາໄສຟື້ນຟູຂຽວ ອາຊຽນ ໂດຍທະນາຄານ ADB ຄຸ້ມຄອງ. ເວທີປາໄສດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງລະດົມເງິນຈຳນວນ 7 ຕື້ USD ເພື່ອນຳໃຊ້ເຂົ້າໃນໂຄງການພື້ນຖານໂຄງລ່າງທີ່ປ່ອຍອາຍກາກບອນໃນລະດັບຕ່ຳ ແລະ ມີຄວາມທົນທານຕໍ່ດິນຟ້າອາກາດຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຍູ້ໄວວິວັດການຟື້ນຟູຂອງພາກພື້ນພາຍຫຼັງໂລກລະບາດໂຄວິດ - 19. 4 ຄູ່ຮ່ວມມືໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳເງິນຈຳນວນ 665 ລ້ານ USD ໃຫ້ແກ່ເວທີປາໄສດັ່ງກ່າວ ລວມມີ ອັງກິດ, ທະນາຄານລົງທຶນແຫ່ງລັດ ອີຕາລີ Cassa Depositi e Prestiti (CDP), ສະຫະພາບເອີຣົບ (ອີຢູ) ແລະ ກອງທຶນດິນຟ້າອາກາດຂຽວ. ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເພື່ອຊ່ວຍເຫຼືອກອງທຶນການເງິນຂຽວ ສົ່ງເສີມ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ACGF), ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໂດຍ ກອງທຶນພື້ນຖານໂຄງລ່າງ ອາຊຽນ ແລະ ທະນາຄານພັດທະນາ ອາຊີ ຄຸ້ມຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ