ADBໜູນຊ່ວຍບ້ວງເງິນສິນເຊື່ອ1ຕື້USD/ປີໃຫ້ຫວຽດນາມພັດທະນາເສດຖະກິດ,ສັງຄົມ

ADBໜູນຊ່ວຍບ້ວງເງິນສິນເຊື່ອ1ຕື້USD/ປີໃຫ້ຫວຽດນາມພັດທະນາເສດຖະກິດ,ສັງຄົມ - ảnh 1
(ADB ໜູນ​ຊ່ວຍ​ບ້ວງ​ເງິນ​ສິ​ນ​ເຊື່ອ 1 ຕື້ USD/ປີ ​ໃຫ້
​ຫວຽດ​ນາມ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ)


(vovworld) - ​​​ ​​ຕອນ​ເຊົ້າ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ໄດ້​ແຈ້ງໃຫ້​ຊາບ​ຍຸ​ດ​ທະ​ສາດ​ຄູ່​ຮ່ວມ​ມື​ໃໝ່ ເຊິ່ງ​ຫາກໍ່​ໄດ້​ຮັບ​ການອະ​ນຸ​ມັດ​ຜ່ານ ເພື່ອ​ໜູນ​ຊ່ວຍ​ຫວຽດ​ນາມ ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ 5 ປີ 2016 – 2020.

        ຍ​ຸ​ດ​ທະ​ສາດ​ຄູ່​ຮ່ວມ​ມື​ແຫ່ງ​ຊາ​ດ​ຫວຽດ​ນາມ ໄລ​ຍະ 2016 – 2020 ໄດ້​ຮັບ​ການ​ສ້າງ​ຂຶ້​ນ​ໃນ​ສະ​ພາບ​ທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ທີ່​ໜ້າ​ປະ​ທັບ​ໃຈ. ຫວຽດ​ນາມ ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງວ່ອງ​ໄວ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ. ແຕ່​ວ່າ, ຫວຽດ​ນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່ ແລະ ສັບ​ສົນ​ກວ່າ, ໃນ​ນັ້ນ​ມີ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ມາ​​ຈາກ​ການ​ປ່ຽນ​ແປງ​ຂອງດ​ິນ​ຟ​້າ​ອາ​ກາດ, ​ຄວາມ​ຜິດ​ຕົນ​ກັນ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ​ ແລະ​ ທຸກ​ຍາກ​ລະ​ຫວ່າ​ງ​ບັນ​ດາ​ເຂດ.

        ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ​ຂອງ ADB ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໄລ​ຍະ 2016 – 2020 ໄດ້​ສຸມ​ໃສ່ 3 ເສົ້າ​ຄ້ຳ​ຕົ້ນ​ຕໍ່ ນັ້ນ​ແມ່ນ: ຊຸກ​ຍູ້​ການ​ສ້າ​ງວຽກ​ເຮັດ​ງານ​ທຳ, ຄວາມ​ສາ​ມາດ​ໃນ​ການ​ແກ່ງ​ແຍ້ງ, ການ​ເຕີບ​ໂຕ​​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ສະ​ໜອງ​ການ​ບໍ​ລິ​ການ​ທີ່​ສະ​ໝ່ຳ​ສະ​ເໝີກວ່າ ແລະ ປັບ​ປຸງ​ລັກ​ສະ​ນະໝັ້ນ​ຄົງ​ຂອງ​ສິ່ງ​ແວດ​ລ້ອມ ແລະ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​. ທ່ານ Erik Sidgwick, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ແຫ່ງ​ຊາດ ADB ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ADB ຈະ​ສະ​ຫງວນໃຫ້​ຫວຽດ​ນາມ ຈຳ​ນວນ​ເງິນປະ​ມານ 1 ຕື້ USD/ປ​ີ ເພື່ອ​ໜູນ​ຊ່ວຍ​ໃຫ້ 3 ເສົ້າ​ຄ້ຳ​ດັ່ງ​ກ່າວ. ຄຽງ​ຂ້າງນັ້ນ, ADB ຍັງ​ຮັກ​ສາ​ບັນ​ດາ​ບ້​ວງ​ເງິນ​ກູ​້​ຢືມ​​ເພື່ອໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ແຕ່ 5 – 7 ລ້ານ USD ​ໃນ​ແຕ່​ລະ​ປີ, ພ້ອມ​ທັງ​ຮັກ​ສາ​ແຫຼ່ງ​ທຶນ​ກູ້​ຢືມປະ​ມານ 1,4 ຕື້ USD ແລະ ຊ່ວຍ​ຫວຽດ​ນາມ ສືບ​ຕໍ່​ສຳ​ພັດ​ກັບ​ບັນ​ດາ​ບ້​ວງ​ເງິນກ​ູ້​ຢືມ​ອື່ນໆ​ຂອງກອງ​ທຶນ​ໜູນ​ຊ່ວຍ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ. ADB ກໍ​ຍົກ​ອອກ​ຄຳ​ໝັ້ນ​ສັນ​ຍາ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ບັນ​ດາ​ໂຄງ​ການ​ທີ່​ໄດ້​ໜູນ​ຊ່ວຍ, ກໍ່​ຄື​ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ຂອງ​ຕົນ ຖ້າ​ຫາກ​ລັດ​ຖະ​ບານ​ຫວຽດ​ນາມ ຮຽກ​ຮ້ອງ”.

ຂ່າວ/ບົດ​ອື່ນ