ADMM+ ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ

(VOVWORLD) -  ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ, ປະທານບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ປີ 2020 ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ໂດຍທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານ. 

  ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຢູ່ສະຖານທີ່ເຊື່ອມຕໍ່ຂອງ ຫວຽດນາມ ມີຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ, ເອກອັກຄະລັດຖະທູດ, ທູດທະຫານບັນດາປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ  ແລະ ຫົວໜ້າຄະນະຜູ້ຕາງໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ. ຢູ່ສະຖານທີ່ເຊື່ອມຕໍ່ຢູ່ບັນດາປະເທດ ລວມມີ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ADMM+ (ລວມມີ 10 ປະເທດ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື); ທ່ານເລຂາທິການໃຫຍ່ ອາຊຽນ; ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດຖືກເຊີນ.

ADMM+ ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ 

 ໃນສານທີ່ໄດ້ສົ່ງເຖິງພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

  “ຂ້າພະເຈົ້າຕີລາຄາສູງບັນດາບາດກ້າວພັດທະນາຂອງ ADMM+ ໃນໄລຍະ 10 ປີ ຜ່ານມາ. ADMM+ ແມ່ນກົນໄກທີ່ມີຂະໜາດໃຫຍ່ຢ່າງແທ້ຈິງ, ໄດ້ ແລະ ກຳລັງເສີມຂະຫຍາຍບົດບາດເປັນກົນໄກປຶກສາຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືແທດຈິງ ກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ, ພ້ອມທັງມີບັນດາບາດກ້າວພັດທະນາຕົນເອງໃຫ້ເໝາະສົມກັບຄວາມຕ້ອງການກໍຄືສະພາບການຕົວຈິງ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ທີ່ພວມພົ້ນເດັ່ນຂຶ້ນ”.

        ໃນສະພາບການພາກພື້ນ ແລະ ໂລກ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນໄລຍະທີ່ຫຍຸ້ງຍາກນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ, ທຸກປະເທດໃນໂລກ ຄວນສ້າງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ນີ້ແມ່ນເວລາເພື່ອໃຫ້ບັນດາກົນໄກຮ່ວມມືຫຼາຍຝ່າຍໃນພາກພື້ນດ້ວຍບົດບາດເປັນເສົາຄ້ຳ ແລະ ນຳພາຂອງ ອາຊຽນ ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ADMM+  ກໍແມ່ນໜຶ່ງໃນບັນດາກົນໄກເຫຼົ່ານັ້ນ.

ADMM+ ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ - ảnh 2ທ່ານພົນເອກ ໂງຊວັນລິກ ກ່າວຄຳເຫັນທີ່ກອງປະຊຸມ

 ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ໂງຊວັນລິກ ໄດ້ສະຫຼຸບວິວັດການສ້າງຕັ້ງ ແລະ ພັດທະນາ, ໝາກຜົນການຮ່ວມມືໃນ ADMM+ ໃນໄລໄຍະ 10 ປີຜ່ານມາ ໂດຍສັງເຂບ ແລະ ຢັ້ງຢືນວ່າ:

        “ໜຶ່ງໃນບັນດາຂີດໝາຍສຳຄັນໃນການປະກອບສ່ວນຂອງ ຫວຽດນາມ ກໍແມ່ນຂີດໝາຍສຳຄັນໃນປະຫວັດສາດ ອາຊຽນ  ນັ້ນແມ່ນການກຳເນີດຂອງ ADMM+ ເມື່ອປີ 2010 ຢູ່ຮ່າໂນ້ຍ, ເຊິ່ງໄດ້ສ້າງຂີດໝາຍໃຫ້ແກ່ການສ້າງຕັ້ງກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອແນໃສ່ເພີ່ມທະວີການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ໂດຍແມ່ນສະມາຊິກໜຶ່ງທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ ກໍຄື ADMM+, ຫວຽດນາມ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາປະເທດ ອາຊຽນ, ປະເທດເພື່ອນມິດ ແລະ 8 ປະເທດຄູ່ຮ່ວມມື ສືບຕໍ່ປະກອບສ່ວນໃຫ້ແກ່ພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ”.

        ທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ; ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ; ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ; ຮອງເລຂາທິການໃຫຍ່ ສປຊ ໄດ້ກ່າວຄຳເຫັນສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ; ຕີລາຄາສູງບົດບາດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃນຖານະເປັນປະທານ ອາຊຽນ, ນຳ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍຂອງປີ 2020 ແລະ ເຊື່ອໝັ້ນວ່າ ໝາກຜົນດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນໄລຍະຈະມາເຖິງ./. 

ຕອບກັບ

ຂ່າວ/ບົດ​ອື່ນ