ADSOM+: ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ, ຄວາ​ມ​ບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກວ່າ ບັນດາສະມາຊິກຂອງ ອາຊຽນ ແລະ ຄູ່ຮ່ວມມື ຍາມໃດກໍ່ປາດຖະໜາຢາກມີການພົວພັນຮ່ວມມພ້ອມກັນພັດທະນາ.
ADSOM+: ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ, ຄວາ​ມ​ບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).   ນີ້ແມ່ນການຢັ້ງຢືນຂອງທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ອາຊຽນ ເປີດກວ້າງ (ADSOM+), ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 3 ສິງຫາ ຢູ່ອິນໂດເນເຍ.

ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກວ່າ ບັນດາສະມາຊິກຂອງ ອາຊຽນ ແລະ ຄູ່ຮ່ວມມື ຍາມໃດກໍ່ປາດຖະໜາຢາກມີການພົວພັນຮ່ວມມພ້ອມກັນພັດທະນາ, ສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ດັ່ງນັ້ນ, ບັນດາປະເທດຕ້ອງເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ໄມຕິຈິດ, ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ, ພ້ອມກັນສ້າງໂຄງປະກອບໃນພາກພື້ນເປີດກວ້າງ, ໂປ່ງໄສ, ກວມລວມ ແລະ ເຄົາລົບກົດໝາຍສາກົນ, ບັນດາຄຳໝັ້ນສັນຍາໃນພາກພື້ນ, ສືບຕໍ່ປະກອບສ່ວນໃຫ້ ແກ່ການພັດທະນາລວມຂອງ ອາຊຽນ ຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງລວມຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ