AL ເນັ້ນໜັກເຖິງສານສຳຄັນຂອງສາກົນສະໜັບສະໜູນປະຊາຊົນ ປາແລັດສະຕິນ

(VOVWORLD) - ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ 1 ວັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເຫັນດີຕໍ່ຮ່າງມະຕິມອບສິດໃຫ້ ປາແລັດສະຕິນ ຕື່ມອີກ
AL ເນັ້ນໜັກເຖິງສານສຳຄັນຂອງສາກົນສະໜັບສະໜູນປະຊາຊົນ ປາແລັດສະຕິນ - ảnh 1ທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ (AL) Ahmed Aboul-Gheit
(ພາບ: AFP/TTXVN)

ວັນທີ 11 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ (AL) Ahmed Aboul-Gheit, ຮຽກຮ້ອງໃຫ້ບັນດາປະເທດ ສະໜັບສະໜູນການແກ້ໄຂມາດຕະການ 2 ລັດ ເພື່ອຍູ້ແຮງບັນດາຄວາມມານະພະຍາຍາມ ເພື່ອຫັນວິໄສທັດນີ້ໃຫ້ປະກົດຜົນເປັນຈິງ.

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ 1 ວັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເຫັນດີຕໍ່ຮ່າງມະຕິມອບສິດໃຫ້ ປາແລັດສະຕິນ ຕື່ມອີກ ແລະ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ພິຈາລະນາຄືນໃໝ່ຄວາມມານະພະຍາຍາມຂອງ ປາແລັດສະຕິນ ເຂົ້າເປັນສະມາຊິກທີ 194 ຂອງອົງການຫຼາຍຝ່າຍໃຫຍ່ສຸດໃນໂລກນີ້.

ໃນຖະແຫຼງການ, ທ່ານເລຂາທິການໃຫຍ່ AL, Ahmed Aboul-Gheit, ຕີລາຄາວ່າ ເລື່ອງຮັບຮອງເອົາລັດ ປາແລັດສະຕິນ ແລະ ສະໜັບສະໜູນປະເທດນີ້ກາຍເປັນສະມາຊິກຢ່າງສົມບູນຂອງສະຫະປະຊາຊາດ ແມ່ນບັນດາບາດກ້າວສຳຄັນເພື່ອມຸ່ງໄປເຖິງເປົ້າໝາຍ 2 ລັດ.

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Yván Gil, ກໍ່ເນັ້ນໜັກເຖິງເລື່ອງນຳ ປາແລັດສະຕິນ ໃຫ້ກາຍເປັນສະມາຊິກທາງການຂອງສະຫະປະຊາຊາດ ແມ່ນ “ຄຳຮຽກຮ້ອງໃນທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ