ARF ສືບ​ຕໍ່​ສ້າງ​ຄວາມ​ເຊື່ອ​ໝັ້ນ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ

(VOVWORLD) - ວັນທີ 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 27 ຕາມຮູບການທາງອອນລາຍ. ພາຍຫຼັງທີ່ສິ້ນສຸດກອງປະຊຸມ, ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ - ກະຊວງການຕ່າງປະເທດຫວຽດນາມ ໄດ້ມີການແລກປ່ຽນກັບສື່ມວນຊົນກ່ຽວກັບບາງໝາກຜົນຂອງກອງປະຊຸມ ARF 27.
ARF ສືບ​ຕໍ່​ສ້າງ​ຄວາມ​ເຊື່ອ​ໝັ້ນ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່  ARF 27 (ພາບປະກອບ: TTXVN)

          ທ່ານຫົວໜ້າກົມ ອາຊຽນ ຫວູໂຮ່ ໃຫ້ຮູ້ວ່າ ARF 27 ໄດ້ຖືກຈັດຂຶ້ນຢ່າງສຳເລັດຜົນ, ໂດຍໄດ້ສະແດງອອກຜ່ານ 4 ຈຸດທີ່ພົ້ນເດັ່ນ. ຜົນສຳເລັດທີ່ສຸດຂອງກອງປະຊຸມ ແມ່ນເຖິງວ່າຖືກຈັດຂຶ້ນຜ່ານທາງອອນລາຍກໍຕາມ ແຕ່ລັດຖະມົນຕີ, ຜູ້ຕາງໜ້າບັນດາປະເທດສະມາຊິກ ARF ລ້ວນແຕ່ມີໂອກາດສະແດງທຸກໆບັນຫາທີ່ມີຄວາມສົນໃຈ ແລະ ສະແດງຄວາມຫວັງຂອງຕົນທີ່ມີຕໍ່ການພັດທະນາຂອງເວທີປາໄສ. ບັນດາລັດຖະມົນຕີ ARF ຍັງສະແດງໃຫ້ເຫັນແຈ້ງຄວາມຕັດສິນໃຈສືບຕໍ່ເຈລະຈາ, ຮ່ວມມືຮັກສາບັນດາບາດກ້າວເດີນທີ່ໄດ້ວາງອອກຂອງເວທີປາໄສ. ຈຸດທີ່ພົ້ນເດັ່ນອື່ນໆຂອງກອງປະຊຸມ ARF ຄັ້ງນີ້, ນັ້ນແມ່ນບັນດາລັດຖະມົນຕີການຕ່າງປະເທດ ໄດ້ຮັບຮອງເອົາເອກະສານ 8 ສະບັບ ແລະ ຖະແຫຼງການ.

          ທ່ານ ຫວູໂຮ່ ໃຫ້ຮູ້ວ່າ ຢູ່ທີ່ ARF 27, ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດ ARF ໄດ້ສືບຕໍ່ຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງລະງັບໃຈ, ແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ