ASIAD 19: ຫວຽດນາມ ຄ້ວາໄດ້ 3 ຫຼຽນໃນມື້ແຂ່ງຂັນວັນທີ 7 ຕຸລາ

(VOVWORLD) -  ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ອີກ 3 ຫຼຽນໃນປະເພດກິລາຕ່າງໆ, ຄື: ກະຕໍ້ຫວາຍຍິງ, ມວຍ karate ແລະ ໝາກເສິກຈີນ
ASIAD 19: ຫວຽດນາມ ຄ້ວາໄດ້ 3 ຫຼຽນໃນມື້ແຂ່ງຂັນວັນທີ 7 ຕຸລາ - ảnh 1ຄະນະນັກກິລາ ກະຕໍ້ຫວາຍຍິງ ຫວຽດນາມ (ພາບ:TTXVN)

ໃນມື້ແຂ່ງຂັນວັນທີ 7 ຕຸລາ, ເຊິ່ງເປັນວັນແຂ່ງຂັນທີ 13 ຂອງງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) - ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ອີກ 3 ຫຼຽນໃນປະເພດກິລາຕ່າງໆ, ຄື: ກະຕໍ້ຫວາຍຍິງ, ມວຍ karate ແລະ ໝາກເສິກຈີນ.

          ຮອດວັນທີ 7 ຕຸລາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ທັງໝົດ 26 ຫຼຽນ, ເຊິ່ງລວມມີ: ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ຫຼຽນທອງ 18 ຫຼຽນ, ເຊິ່ງຍື່ນອັນດັບທີ 21/38 ໃນຕາຕະລາງຈັດຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ