AU ກ່າວ​ເຕືອນ​ສະ​ພາບ​ຂາດ​ສະ​ຖຽນ​ລ​ະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ເຂດ Sahel ພວ​ມ​ເພີ່ມ​ຂຶ້ນ

(VOVWORLD) -ສະຫະພາບ ອາຟະລິກາ (AU) ສະແດງຄວາມວິຕົກກັງວົນເປັນພິເສດ ຕໍ່ສະພາບຄວາມໝັ້ນຄົງ, ການເມືອງ ແລະ ມະນຸດສະທຳທີ່ນັບມື້ນັບມີທ່າອ່ຽງຮ້າຍແຮງລົງຢ່າງວ່ອງໄວຢູ່ເຂດ Sahel. 
AU ກ່າວ​ເຕືອນ​ສະ​ພາບ​ຂາດ​ສະ​ຖຽນ​ລ​ະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ເຂດ Sahel ພວ​ມ​ເພີ່ມ​ຂຶ້ນ - ảnh 1ທະຫານ ຝລັ່ງ ລາດຕາເວນ ຢູ່ ເຂດພາກເໜືອ  Burkina Faso ໃນວັນທີ 10/11/2019 (ພາບ: AFP/TTXVN)

ໃນຖະແຫຼງການເມື່ອວັນທີ 05 ພຶດສະພາ, ສະຫະພາບ ອາຟະລິກາ (AU) ສະແດງຄວາມວິຕົກກັງວົນເປັນພິເສດ ຕໍ່ສະພາບຄວາມໝັ້ນຄົງ, ການເມືອງ ແລະ ມະນຸດສະທຳທີ່ນັບມື້ນັບມີທ່າອ່ຽງຮ້າຍແຮງລົງຢ່າງວ່ອງໄວຢູ່ເຂດ Sahel, ພິເສດແມ່ນສະພາບການກໍ່ການຮ້າຍທີ່ສືບຕໍ່ເກີດຂຶ້ນ ແລະ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ, ກໍຄືສິ່ງທ້າທາຍດ້ານເສດຖະກິດສັງຄົມສືບຕໍ່ສົ່ງຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. AU ກໍ່ສະແດງຄວາມວິຕົກກັງວົນຕໍ່ໄພນາບຂູ່ກໍ່ກເຂດ Sahel ຈະຂະຫຍາຍໄປຍັງປະເທດເຂດອ່າວ Guniea.

ຖະແຫຼງການຂອງ AU ໄດ້ກ່າວປະນາມຢ່າງແຮງທຸກການບຸກໂຈມຕີຂອງພາກສ່ວນກໍ່ການຮ້າຍ, ກຸ່ມຄົນປະກອບອາວຸດ ແລະ ອາດຊະຍາກຳທີ່ເລັ່ງໃສ່ສາມັນຊົນ, ບັນດາອົງການຈັດຕັ້ງປ້ອງກັນຄວາມສະຫງົບຂອງບັນດາປະເທດໃນພາກພື້ນ, ກໍຄືຄະນະ ສປຊ ປະຈຳ ມາລີ ແລະ ກຳລັງສາກົນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ