BIDV ຊ່ວຍເຫຼືອ ຄອມຟີວເຕີ,ເຄື່ອງພິມ ໃຫ້ແກ່ສື່ມວນຊົນລາວ

BIDV ຊ່ວຍເຫຼືອ ຄອມຟີວເຕີ,ເຄື່ອງພິມ ໃຫ້ແກ່ສື່ມວນຊົນລາວ - ảnh 1

(ພາບ: Hoàng Chương/Vietnam+)

 (vovworld)-ວັນ​ທີ 14/11, ຢູ່​ວຽງ​ຈັນ, ທ່ານ​ເຢືອງວັນ​ເຟືອງ, ຫົວໜ້າ​ຜູ້ຕາງໜ້າ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ​ພັດທະນາ​ຫວຽດນາມ (BIDV) ປະຈຳ​ລາວ ​ໄດ້​ມອບຄອມຟີ​ວ​ເຕີ 10 ຊຸດ ​ແລະ ​ເຄື່ອງພິມ​ໃຫ້​ແກ່​ຂ່າວສານ​ປະ​ເທດ​ລາວ (KPL) ​ເພື່ອ​ຮັບ​ໃຊ້​ວິຊາ​ສະ​ເພາະ. ຕາງໜ້າ​ໃຫ້​ຄະນະ​ການ​ນຳ KPL, ທ່ານສູນ​ທອນ ຂັນ​ທະ​ວົງ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຢ່າງ​ແທດ​ຈິງ​ຂອງ BIDV ​ໃຫ້​ແກ່​ລາວ​ເວົ້າລວມ ​ແລະ ​ KPL ເວົ້າສະ​ເພາະ ​ເພື່ອ​ແນ​ໃສ່​ຮັບ​ໃຊ້ໃຫ້​ແກ່ວ​ຽກງານ​ວິຊາ​ສະ​ເພາະ​ຢ່າງ​ທັນ​ການ, ຍົກ​ສູງ​ຄຸນ​ນະພາ​ບຂ່າວສານ​ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ-​ຫວຽດນາມ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເຢືອງວັນ​ເຟືອງ, ສະ​ແດງ​ຄ​ວາ​ມຮູ້​ບຸນຄຸນຕໍ່​ຂະ​ແໜງ​ສື່​ມວນ​ຊົນ​ລາວເວົ້າລວມ ​ແລະ ​ KPL ເວົ້າສະ​ເພາະ ​ທີ່ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ BIDV ຢູ່​ລາວ​ໃນ​ຫຼາຍ​ປີຜ່ານມາ, ຊ່ວຍ BIDV ປະຕິບັດວຽກ​ງານ​ຊີວິດ​ສັງຄົມ​ຢູ່​ປະ​ເທດ​ນີ້​ເປັນ​ຢ່າງ​ດີ./.

ຂ່າວ/ບົດ​ອື່ນ