Brexit: ວົງການນັກການເງິນມີຄວາມເປັນຫ່ວງຕໍ່ຄວາມສ່ຽງຈາກການເຄື່ອນຍ້າຍແຫຼ່ງທຶນພາຍຫລັງ ອັງກິດ ຖອນຕົວອອກຈາກ

(VOVWORLD) - ການເຄື່ອນຍ້າຍແຫຼ່ງທຶນພາຍຫລັງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ພວມກາຍເປັນຄວາມເປັນຫ່ວງໃຫຍ່ທີ່ສຸດສຳລັບວົງການນັກການເງິນຢູ່ສູນການເງິນ ລອນດອນ.

ນອກຈາກຄວາມເປັນຫ່ວງກ່ຽວກັບບັນຫາວຽກເຮັດງານທຳ, ການລົງທຶນ ແລະ ເກັບພາສີແລ້ວ, ວົງການນັກການເງິນ ອັງກິດ ກໍ່ພວມຕັ້ງຄຳຖາມວ່າ ພາຍຫລັງ Brexit ບັນດາທະນາຄານຈະຕັ້ງຊັບສິນ ແລະ ແຫຼ່ງທຶນການເງິນຂອງເຂົາເຈົ້າຢູ່ໃສ? ບັນດານັກຊ່ຽວຊານຖືວ່າ: ຄວາມເປັນຫ່ວງນີ້ຂອງສູນການເງິນ ລອນດອນ ແມ່ນສິ່ງທີ່ເຂົ້າໃຈງ່າຍ ເມື່ອເຂົາເຈົ້າຢາກໃຫ້ຮູບແບບແຫຼ່ງທຶນບັນລຸປະສິດທິຜົນສູງສຸດ. ປັດຈຸບັນ, ຂະແໜງການເງິນ ອັງກິດ ຍັງຄົງມີຄວາມເປັນຫ່ວງກ່ຽວກັບຄວາມສ່ຽງ Brexit ຈະແບ່ງແຍກບັນດາຕະຫລາດການເງິນ ເອີຣົບ, ບັງຄັບບັນດາທະນາຄານຕ້ອງແບ່ງທຶນອອກເປັນຈຳນວນນ້ອຍຍ້ອຍ ຊຶ່ງກ່ອນນີ້ ເຂົາເຈົ້າໄດ້ເຕົ້າໂຮມຢູ່ ລອນດອນ ແນໃສ່ສ້າງປະສິດທິຜົນກ່ຽວກັບຂອບຂະໜາດແຫຼ່ງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ