BRICS ຮຽກຮ້ອງປະຕິຮູບສປຊ ແລະ ສະພາຄວາມໝັ້ນຄົງ ສປຊ

(VOVWORLD) - ໃນຖະແຫຼງການຮ່ວມລວມມີ 43 ໜ້າ, ບັນດາການນຳ BRISC ໄດ້ຖືວ່າ: ຕ້ອງປັບປຸງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ຕາມທິດເພີ່ມທະວີລັກສະນະຕາງໜ້າຂອງບັນດາພື້ນຖານເສດຖະກິດ ພວມພັດທະນາເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບອບນີ້

BRICS ຮຽກຮ້ອງປະຕິຮູບສປຊ ແລະ ສະພາຄວາມໝັ້ນຄົງ ສປຊ - ảnh 1 ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ

(ພາບ ສຳນັກຂ່າວສານ ຫວຽດນາມ)

ໃນວັນເຮັດວຽກທຳອິດຂອງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS – ເຊິ່ງລວມມີ: ບາຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາໃຕ້) ຈັດຕັ້ງຢູ່ ຈີນ, ການນຳບັນດາປະເທດເຂົ້າຮ່ວມໄດ້ຮຽກຮ້ອງໃຫ້ປະຕິຮູບສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ເພີ່ມທະວີລັກສະນະຕາງໜ້າໃຫ້ບັນດາປະເທດພວມພັດທະນາ. ໃນຖະແຫຼງການຮ່ວມລວມມີ 43 ໜ້າ, ບັນດາການນຳ BRISC ໄດ້ຖືວ່າ: ຕ້ອງປັບປຸງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ຕາມທິດເພີ່ມທະວີລັກສະນະຕາງໜ້າຂອງບັນດາພື້ນຖານເສດຖະກິດ ພວມພັດທະນາເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບອບນີ້, ຜ່ານນັ້ນ ສາມາດຈະສ່ອງແສງຢ່າງເໝາະສົມກັບບັນດາສິ່ງທ້າທາຍທົ່ວໂລກ.

        ຖະແຫຼງການດັ່ງກ່າວກໍ່ເຫັນດີເປັນເອກະສັນຮ່ວມມືຕ້ານລັດທິອາລັກຂາການຄ້າ ແລະ ຕ້ານກໍ່ການຮ້າຍ. ບັນດາການນຳ BRICS ໃຫ້ຄຳໝັ້ນສັນຍາສົມທົບເພື່ອປັບປຸງຜ       ົນສະທ້ອນຂອງກຸ່ມໃນການບໍລິຫານພື້ນຖານເສດຖະກິດທົ່ວໂລກ ເພື່ອແນໃສ່ຊຸກຍູ້ “ຄວາມເປັນລະບຽບຮຽບຮ້ອຍສາກົນຍຸຕິທຳ ແລະ ເໝາະສົມກ່ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ