EC ສະ​ເໜີ​ມາດ​ຕະ​ການ​ແນ​ໃສ່​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ

(VOVWORLD) -ຄາດວ່າໃນເດືອນພຶດສະພາ ຈະມາເຖິງ, ຄະນະກຳມະການເອີລົບ (EC) ຈະປະກາດແຜນການລະອຽດກ່ຽວກັບການບໍ່ນຳໃຊ້ເຊື້ອເພີງຟອດຊິວຂອງ ລັດເຊຍ ໃນປີ 2027 ພາຍຫຼັງ ທີ່ມົດສະກູດຳເນີນບັ້ນຮົບການທະຫານພິເສດຢູ່ພາກຕາເວັນອອກຢູແກຼນ.
EC ສະ​ເໜີ​ມາດ​ຕະ​ການ​ແນ​ໃສ່​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ - ảnh 1ປຳນ້ຳມັນຢູ່ອີຕາລີ (ພາບ: THX/TTXVN)

ວັນທີ 23 ມີນາ, ສະຫະພາບເອີລົບ (EU) ໄດ້ຍົກອອກຂໍ້ສະເໜີແນະໃຫ້ບັນດາປະເທດສະມາຊິກອາດຈະພ້ອມກັນຊື້ອາຍແກັດ ເພື່ອເພີ່ມທະວີແຫຼ່ງສະໜອງ, ແຕ່ກໍ່ກ່າວເຕື່ອນວ່າ ການຊອກຫາວິທີການຈຳກັດລາຄາຂາຍສົ່ງຈະກໍ່ເກີດບັນຫາ ແລະ ເຮັດໃຫ້ຄວາມມານະພະຍາຍາມຫັນປ່ຽນໄປນຳໃຊ້ພະລັງງານຂຽວຫຼຸດລົງ.

ຄາດວ່າໃນເດືອນພຶດສະພາ ຈະມາເຖິງ, ຄະນະກຳມະການເອີລົບ (EC) ຈະປະກາດແຜນການລະອຽດກ່ຽວກັບການບໍ່ນຳໃຊ້ເຊື້ອເພີງຟອດຊິວຂອງ ລັດເຊຍ ໃນປີ 2027 ພາຍຫຼັງ ທີ່ມົດສະກູດຳເນີນບັ້ນຮົບການທະຫານພິເສດຢູ່ພາກຕາເວັນອອກຢູແກຼນ. ໃນຂະນະນັ້ນ, ບັນດາປະເທດສະມາຊິກພວມມານະພະຍາຍາມຄວບຄຸມລາຄາພະລັງງານເພີ່ມຂຶ້ນສູງໂດຍໄວ ແລະ ຊອກຫາແຫຼ່ງສະໜອງແທນໃຫ້ກໍລະນີແຫຼ່ງສະໜອງຈາກລັດເຊຍຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ