EC ສະເໜີເພີ່ມສິດແກ້ໄຂບັນດາບັນຫາການຄ້າຢູ່ນອກກຸ່ມ

(VOVWORLD) -ອົງການບໍລິຫານ EU ໃຫ້ຮູ້ວ່າ, ຄາດວ່າແຜນການ ໃໝ່ນີ້ ຈະອະນຸຍາດໃຫ້ອົງການນີ້ ນຳໃຊ້ຂໍ້ກຳນົດກ່ຽວກັບການຄຸ້ມຄອງ ສິນຄ້າຕ່າງປະເທດ ແລະ ປະຕິເສດບັນດາສັນຍາລັດຖະບານກໍ່ຄືບັນດາບ້ວງເງິນໜູນຊ່ວຍການຄົ້ນຄ້ວາໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດ.
EC ສະເໜີເພີ່ມສິດແກ້ໄຂບັນດາບັນຫາການຄ້າຢູ່ນອກກຸ່ມ - ảnh 1ພາບປະກອບ: Xinhua

ວັນທີ 8 ທັນວາ, ຄະນະກຳມະການເອີລົບ (EC) ໄດ້ສະເໜີແຜນການອະນຸຍາດໃຫ້ Brussels ມີເຄື່ອງມືຕອບໂຕ້ຕໍ່ການກະທຳຈາກບັນດາປະເທດຢູ່ນອກກຸ່ມ ທີ່ກໍ່ຜົນເສຍຫາຍຕໍ່ພື້ນຖານເສດຖະກິດ ແລະ ວິສາຫະກິດຂອງ ສະຫະພາບເອີລົບ (EU) ຕື່ມອີກ.

ອົງການບໍລິຫານ EU ໃຫ້ຮູ້ວ່າ, ຄາດວ່າແຜນການ ໃໝ່ນີ້ ຈະອະນຸຍາດໃຫ້ອົງການນີ້ ນຳໃຊ້ຂໍ້ກຳນົດກ່ຽວກັບການຄຸ້ມຄອງ ສິນຄ້າຕ່າງປະເທດ ແລະ ປະຕິເສດບັນດາສັນຍາລັດຖະບານກໍ່ຄືບັນດາບ້ວງເງິນໜູນຊ່ວຍການຄົ້ນຄ້ວາໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດ. ເຖິງຢ່າງໃດກໍ່ຕາມ, EU ເຕື່ອນວ່າ ບັນດາເຄື່ອງມືໃໝ່ນີ້ຈະບໍ່ລວມ ການຂັດແຍ້ງດ້ານການຄ້າ ເຊິ່ງສາມາດຍົກອອກມາແກ້ໄຂຢູ່ ອົງການການຄ້າໂລກ (WTO), ຫຼືບັນດາບັນຫາໃນຂໍ້ຕົກລົງທາງການຄ້າຂອງ EU.

ຕອບກັບ

ຂ່າວ/ບົດ​ອື່ນ