ECOWAS ບໍ່ຍອມຮັບໄລຍະປ່ຽນຜ່ານທີ່ແກ່ຍາວເປັນເວລາ 3 ປີຢູ່ ນີເຊ

(VOVWORLD) - ECOWAS ຢາກສ້າງຄວາມເປັນລະບຽບຮຽບຮ້ອຍໃນລັດຖະທຳມະນູນຢູ່ ນີເຊ ຄືນໃໝ່ຍິ່ງໄວກໍ່ຍິ່ງດີ.
ECOWAS ບໍ່ຍອມຮັບໄລຍະປ່ຽນຜ່ານທີ່ແກ່ຍາວເປັນເວລາ 3 ປີຢູ່ ນີເຊ - ảnh 1ທ່ານ Abdel-Fatau Musah
(ພາບ: AFP/TTXVN)

        ທ່ານ Abdel-Fatau Musah, ຄະນະກຳມະການການເມືອງ ແລະ ຄວາມໝັ້ນຄົງຂອງປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາຕາເວັນຕົກ (ECOWAS) ຖະແຫຼງ ບໍ່ຍອມຮັບເລື່ອງການນຳອຳນາດການປົກຄອງດ້ານການທະຫານ ນີເຊ ໃຫ້ຄຳໝັ້ນສັນຍາໄລຍະປ່ຽນຜ່ານຢູ່ປະເທດ ອາຟະລິກາຕາເວັນຕົກ ນີ້ແກ່ຍາວເປັນເວລາ 3 ປີ. ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ Al Jazeera ໃນວັນທີ 21 ສິງຫາ, ທ່ານ Abdel-Fatau Musah ເນັ້ນໜັກວ່າ, ECOWAS ຢາກສ້າງຄວາມເປັນລະບຽບຮຽບຮ້ອຍໃນລັດຖະທຳມະນູນຢູ່ ນີເຊ ຄືນໃໝ່ຍິ່ງໄວກໍ່ຍິ່ງດີ.

        ຕໍ່ໜ້າສະພາບວິກິດການຢູ່ ນີເຊ, ວັນທີ 21 ສິງຫາ, ທ່ານ Stefano Savi, ຜູ້ຕາງໜ້າກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ນີເຊ, ກ່າວເຕືອນວ່າ ວິກິດການຄືໃນປະຈຸບັນໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ບັນຫາມະນຸດສະທຳຢູ່ ນີເຊ. ຄາດວ່າ, ມີເດັກນ້ອຍກວ່າ 2 ລ້ານຄົນຕ້ອງໄດ້ຮັບການໜູນຊ່ວຍມະນຸດສະທຳໂດຍດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ