ECOWAS ຢັ້ງ​ຢືນ​ຄືນການ​ໃຫ້​ບຸ​ລິ​ມະ​ສິດ​ມາດ​ຕະ​ການ​ທາງ​ການ​ທູດ, ບໍ່​ຍົກ​ເວັ້ນ​ມາດ​ຕະ​ການ​​​ດ້ານ​ການທະ​ຫານ​ຢູ່​ ນີ​ເຊ

(VOVWORLD) - ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ກ່າວປະນາມອຳນາດການທະຫານ ນີເຊ ທີ່ພວມຊອກຫາວິທີການ ຕໍ່ເວລາ ເພື່ອປັບປຸງອຳນາດການປົກຄອງກໍ່ລັດຖະປະຫານເມື່ອເຫັນໄດ້ສັນຍານເປີດເຜີຍໃນການເຈລະຈາທາງການທູດ
ECOWAS ຢັ້ງ​ຢືນ​ຄືນການ​ໃຫ້​ບຸ​ລິ​ມະ​ສິດ​ມາດ​ຕະ​ການ​ທາງ​ການ​ທູດ, ບໍ່​ຍົກ​ເວັ້ນ​ມາດ​ຕະ​ການ​​​ດ້ານ​ການທະ​ຫານ​ຢູ່​ ນີ​ເຊ - ảnh 1ບັນດາການນຳຂອງອຳນາດການປົກຄອງການທະຫານ ປະເທດນີເຊ (ພາບ: Reuters)

ວັນທີ 17 ສິງຫາ, ປະຊາຄົມເສດຖະກິດອາບຟຼິກກາຕາເວັນຕົກ (ECOWAS) ໄດ້ຢັ້ງຢືນຄືນໃໝ່ທັດສະນະໃຫ້ບຸລິມະສິດຊຸກຍູ້ມາດຕະການທາງການທູດໃຫ້ແກ່ວິກິດການຢູ່ນີເຊ, ພ້ອມທັງເນັ້ນໜັກບໍ່ຍົກເວັ້ນມາດຕະການແຊກແຊງດ້ານການທະຫານເພື່ອແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ ຢູ່ປະເທດນີ້.

ໃນຖະແຫຼງການໂດຍບັນດາແຫຼ່ງຂ່າວໃນພາກພື້ນຄັດສະເໜີກ່ອນເວລາໄຂກອງປະຊຸມສຳຄັນທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17 - 18 ສິງຫາ ຂອງຫົວໜ້າເສນາທິການ ກອງທັບບັນດາປະເທດ ECOWAS ຢູ່ Ghana ເພື່ອເຫັນດີເປັນເອກະພາບແຜນການແຊກແຊງດ້ານການທະຫານຢູ່ນີເຊ, ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ໄດ້ຊີ້ແຈ້ງວ່າ ແຜນການແຊກແຊງດ້ານການທະຫານ ໄດ້ກຽມພ້ອມແລ້ວ ແລະ ນີ້ຈະແມ່ນມາດຕະການສຸດທ້າຍເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງລັດຖະທຳມະນູນຢູ່ ນີເຊ, ຖ້າບັນດາມາດຕະການທາງການທູດປະລາໄຊ. ຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບ ECOWAS ກ່າວປະນາມອຳນາດການທະຫານ ນີເຊ ທີ່ພວມຊອກຫາວິທີການ ຕໍ່ເວລາ ເພື່ອປັບປຸງອຳນາດການປົກຄອງກໍ່ລັດຖະປະຫານເມື່ອເຫັນໄດ້ສັນຍານເປີດເຜີຍໃນການເຈລະຈາທາງການທູດ, ເນັ້ນໜັກວ່າກຸ່ມນີ້ຈະຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງລັດຖະທຳມະນູນ ໃຫ້ແກ່ນີເຊ ດ້ວຍທຸກມາດຕະການທີ່ຈະສາມາດເຮັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ