EU ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ຂວ້ຳ​ບາດ​ນ້ຳ​ມັນບໍ່​ຂອງ ລັດ​ເຊຍ

(VOVWORLD) -ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ສະຫະພັນເອີລົບ, Josep Borrell ໃຫ້ຮູ້ວ່າ ການຄັດຄ້ານຂອງ ຮຸງກາຣີ ຈະບັງຄັບບັນດາປະເທດເອີລົບຕ້ອງແກ່ຍາວເວລາປຶກສາຫາລື ເພື່ອຊອກຫາມາດຕະການອື່ນອີກ.
EU ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ຂວ້ຳ​ບາດ​ນ້ຳ​ມັນບໍ່​ຂອງ ລັດ​ເຊຍ - ảnh 1ກອງປະຊຸມຂອງ EU (ພາບ: Euronews)

ຕອນບ່າຍວັນທີ 16 ພຶດສະພາ, ພາຍຫຼັງສິ້ນສຸດມື້ເຮັດວຽກທຳອິດຢູ່ ບຣູກແຊນ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ສະຫະພາບ ເອີລົບ ຍັງບໍ່ທັນມີຄວາມເຫັນດີເປັນເອກະພາບຮັບຮອງເອົາ ບ້ວງລົງໂທດ ທີ 6 ເລັງໃສ່ ລັດເຊຍ, ໃນນັ້ນ ມາດຕະການຈຸດສຸມແມ່ນການຂວ້ຳບາດນ້ຳມັນຂອງ ລັດເຊຍ. ສາຍເຫດຫຼັກໄດ້ຮັບຖືວ່າແມ່ນຍ້ອນລັດຖະບານ ຮຸງກາຣີ ຍັງ ຄັດຂ້ານມາດຕະການນີ້ຢ່າງເດັດຂາດ ຍ້ອນ ຮຸງກາຣີຖືວ່າ, ຝ່າຍ ເອີລົບ ຍັງບໍ່ທັນຍົກອອກບັນດາມາດຕະການທົດແທນທີ່ປອດໄພໃຫ້ແກ່ ຮຸງກາຣີ ເມື່ອຂວ້ຳບາດນ້ຳມັນຂອງ ລັດເຊຍ ໃນຂະນະທີ່ ຮຸງກາຣີແມ່ນໜຶ່ງໃນບັນດາປະເທດອີງໃສ່ແຫຼ່ງນ້ຳມັນທີ່ນຳເຂົ້າຈາກລັດເຊຍຫຼາຍທີ່ສຸດ. ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ສະຫະພັນເອີລົບ, Josep Borrell ໃຫ້ຮູ້ວ່າ ການຄັດຄ້ານຂອງ ຮຸງກາຣີ ຈະບັງຄັບບັນດາປະເທດເອີລົບຕ້ອງແກ່ຍາວເວລາປຶກສາຫາລື ເພື່ອຊອກຫາມາດຕະການອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ