EU ຜັນຂະຫຍາຍຄະນະປະຕິບັດງານຕິດຕາມກວດກາເຂດຊາຍແດນລະຫວ່າງ Armenia ແລະ Azerbaijan

(VOVWORLD) - ສະພາເອີລົບ ໃຫ້ຮູ້ວ່າ ຄະນະປະຕິບັດງານຈະລວມມີນັກຊ່ຽວຊານຂອງ EU 40 ທ່ານ, ຕິດຕາມກວດກາຢູ່ລຽບຕາມເຂດຊາຍແດນຂອງ Armenia ຕິດກັບ Azerbaijan.
EU ຜັນຂະຫຍາຍຄະນະປະຕິບັດງານຕິດຕາມກວດກາເຂດຊາຍແດນລະຫວ່າງ Armenia ແລະ Azerbaijan - ảnh 1ເຂດຊາຍແດນລະຫວ່າງສອງປະເທດ Armenia ແລະ Azerbaijan
(ພາບ: AFP/TTXVN)

ວັນທີ 17 ຕຸລາ, ລັດຖະມົນຕີການຕ່າງປະເທດບັນດາປະເທດສະຫະພາບເອີລົບ (EU) ເປັນເອກະພາບກັນເພື່ອຜັນຂະຫຍາຍຄະນະປະຕິບັດງານຕິດຕາມກວດກາເຂດຊາຍແດນ ໄລຍະສັ້ນໄປຍັງ Armenia ເພື່ອຕິດຕາມກວດກາສະພາບການຢູ່ຊາຍແດນເຂດຕິດກັບ Azerbaijan. ໃນຖະແຫຼງການໜຶ່ງ, ສະພາເອີລົບ ໃຫ້ຮູ້ວ່າ ຄະນະປະຕິບັດງານຈະລວມມີນັກຊ່ຽວຊານຂອງ EU 40 ທ່ານ, ຕິດຕາມກວດກາຢູ່ລຽບຕາມເຂດຊາຍແດນຂອງ Armenia ຕິດກັບ Azerbaijan. ຄະນະປະຕິບັດງານມີເປົ້າໝາຍຕິດຕາມກວດກາ, ໄຈ້ແຍກ ແລະ ລາຍງານສະພາບການຢູ່ພາກພື້ນ ແລະ “ກ່ຽວກັບຫຼັກການ” ຈະບໍ່ແກ່ຍາວເກີນ 2 ເດືອນ.

        ການພົວພັນລະຫວ່າງ Armenia ແລະ Azerbaijan ໄດ້ເຄັ່ງຕຶງ ເຊິ່ງກ່ຽວຂ້ອງເຖິງເລື່ອງຄວາມຄັດແຍ້ງສິດຄວບຄຸມເຂດ Nagorno – Karabakh. ເຂດນີ້ຕັ້ງເຂົ້າໄປເລິກໃນດິນແດນທາງທິດຕາເວັນຕົກສ່ຽງໃຕ້ຂອງ Azerbaijan, ແຕ່ວ່າປະຊາກອນສ່ວນຫຼາຍແມ່ນຊາວເຊື້ອຊາດ Armenia  ດັ່ງນັ້ນຢາກໂຮມເຂົ້າ Armenia. ບັນຫານີ້ໄດ້ກໍ່ໃຫ້ເກີດການຂັດແຍ້ງກ່ຽວກັບອະທິປະໄຕລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ຮ້າຍແຮງທີ່ສຸດແມ່ນສົງຄາມແກ່ຍາວແຕ່ເດືອນ ກຸມພາ ປີ 1988  ຮອດເດືອນ ພຶດສະພາ ປີ 1994. ເມື່ອເດືອນ ພຶດສະພາ ທີ່ຜ່ານມາ, Armenia ແລະ Azerbaijan ໄດ້ປະກາດສ້າງຕັ້ງຄະນະກຳມະການກຳນົດເຂດຊາຍແດນ, ທີ່ໄດ້ຮັບການຕີລາຄາວ່າແມ່ນບາດກ້າວມຸ່ງໄປເຖິງການຢຸດຕິການຂັດແຍ້ງກັນຢູ່ພາກພື້ນ Nagorno – Karabakh ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ