EU ສະ​ເໜີ​ການ​ລົງ​ໂທດ​ຄັ້ງ​ທີ 11 ເລັ່ງ​ໃສ່ ລັດ​ເຊຍ

(VOVWORLD) - ທ່ານ Eric Mamer ໂຄສົກ EC ກໍ່ໃຫ້ຮູ້ວ່າ ທ່ານນາງ Ursula von der Leyen ປະທານ EC ຄາດວ່າ ໃນມື້ນີ້ຈະມີການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ນະຄອນຫຼວງ Kiev ຂອງ ຢູແກຼນ.
EU ສະ​ເໜີ​ການ​ລົງ​ໂທດ​ຄັ້ງ​ທີ 11 ເລັ່ງ​ໃສ່ ລັດ​ເຊຍ - ảnh 1ພາບປະກອບ: Reuters

ວັນທີ 8 ພຶດສະພາ, ຄະນະກຳມະການເອີລົບ (EC) ໄດ້ສະເໜີບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ລັດເຊຍ. ຖ້າໄດ້ຮັບຮອງ, ນີ້ຈະແມ່ນການລົງໂທດ ຄັ້ງທີ 11 ເຊິ່ງສະຫະພາບເອີລົບ (EU) ຈັດວາງໃສ່ ມົດສະກູ ນັບແຕ່ເວລາເກີດການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ ນັບແຕ່ເມື່ອເດືອນກຸມພາປີ 2022.

ໄປຄຽງຄູ່ກັນນັ້ນ, ທ່ານ Eric Mamer ໂຄສົກ EC ກໍ່ໃຫ້ຮູ້ວ່າ ທ່ານນາງ Ursula von der Leyen ປະທານ EC ຄາດວ່າ ໃນມື້ນີ້ຈະມີການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ນະຄອນຫຼວງ Kiev ຂອງ ຢູແກຼນ. ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທີ 5 ຂອງທ່ານນາງ Ursula von der Leyen ຢູ່ຢູແກຼນ ນັບແຕ່ເດືອນກຸມພາ ປີ 2022. ຕາມທ່ານ Mamer ແລ້ວ, ການຢ້ຽມຢາມ ຄັ້ງນີ້ ແມ່ນເພື່ອສຸມໃສ່ ຄວາມຮອບດ້ານ ຂອງການພົວພັນ EU ແລະ ຢູແກຼນ ພ້ອມທັງຈະຢັ້ງຢືນຄືນການສະໜັບສະໜູນຢ່າງໝັ້ນຄົງເຂັ້ມແຂງຂອງ EU ສຳລັບ Kiev.

ຕອບກັບ

ຂ່າວ/ບົດ​ອື່ນ