EU, ເຢຍລະມັນ ປະຕິເສດຂໍ້ສະເຫນີ ຂອງອາເມລິກາຖອນອອກຈາກຂໍ້ຕົກລົງນິວເຄຼຍກັບອີຣານ

(VOVWORLD) -ວັນທີ 15 ກຸມພາ, ເຢຍລະມັນ ແລະ ສະຫະພາບເອີລົບ ໄດ້ປະຕິເສດຂໍ້ສະເຫນີໂດຍທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຍົກອອກມາກ່ຽວກັບເລື່ອງຮຽກຮ້ອງບັນດາປະເທດ ເອີລົບ ຖອນອອກຈາກ ຂໍ້ຕົກລົງນີວເຄຼຍກັບອີຣານ ແລະ ມີບັນດາການກະທຳເພື່ອເຮັດໃຫ້ ເຕເຮຣານ ຕົກຢູ່ໂດດດ່ຽວ.

 ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich, ທ່ານ Heiko Mass ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ອອກສຽງປົກປ້ອງຂໍ້ຕົກລົງນິວເຄຼຍກັບ ອີຣານ. ທ່ານ Heiko Mass ຢືນຢັນ ຈະພ້ອມກັບອັງກິດ, ຝລັ່ງ ແລະ ສະຫະພາບເອີລົບທັງໝົດ ມີບັນດາວິທີເພື່ອຮັກສາຂໍ້ຕົກລົງນິວເຄຼຍ ກັບ ອີຣານ ຈົນເຖິງວັນນີ້. ຖ້າຫາກບໍ່ມີຂໍ້ຕົກລົງນີ້ ສະພາບການຢູ່ພາກພື້ນ ຈະຂາດສະຖຽນລະພາບ ແລະ ອາດຈະພາໄປເຖິງການສູ້ຢັນກັນ.

ໃນວັນດຽວກັນ, ທ່ານນາງ Federica Mogherini ຜູ້ຕາງຫນ້າຂັ້ນສູງ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ເອີລົບ ໃຫ້ຮູ້ວ່າ: ອີຢູ ຕັດສິນໃຈຮັກສາການປະຕິບັດຂໍ້ຕົກລົງນິວເຄຼຍກັບ ອີຣານ ຢ່າງຄົບຖ້ວນ ພ້ອມທັງຕີລາຄາວ່າ ເອກະສານນີ້ມີບົດບາດສຳຄັນກັບຄວາມໝັ້ນຄົງຂອງ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ