EU ແລະ ຊະອຸດີອາຣາເບຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

EU ແລະ ຊະອຸດີອາຣາເບຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດAhmed Al – Jubeir
​ເຈ​ລະ​ຈາ​ກັບທ່ານ​ນາງ Federia Mogherini
(ພາບ​ປະ​ກອບ: alekhbariya.net)

(vovworld) - ວັນ​ທີ 31/08, ທ່ານ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຊະ​ອຸ​ດີ​ອາ​ຣາ​ເບຍ Ahmed Al – Jubeir ໄ​ດ້​ມີ​ການ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິ​ດ​ຊອບນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງຂອງ​ສະ​ຫະ​ພາບ​ເອີ​ລົບ (EU) ​ທ່ານ​ນາງ Federia Mogherini ເພື່ອປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ. ທີ່​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Ahmed Al – Jubeir ເນັ້ນ​ໜ​ັກ​ວ່າ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂ​ອງ​ປະ​ເທດ​ຕາ​ເວັນ​ອອ​ກາງນີ້, ສະ​ນັ້ນ ຊະ​ອຸ​ດີ​ອາ​ຣາ​ເບຍ ແລະ EU ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ, ການ​ສຶກ​ສາ ແລະ ສັງ​ຄົມ. ເນື່ອງ​ໃນ​ໂອ​ກາດນີ້, 2 ຝ່າຍກໍ່​ປຶກ​ສາ​ຫາ​ລືບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ເສດ​ຖະ​ກິດ, ວິ​ຊາ, ການ​ສຶກ​ສາ, ບົດ​ບາດ​ຂອງ EU ໃນ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ 2030 ຂອງ ຊະ​ອຸ​ດີ​ອາ​ຣາ​ເບຍ ແລະ ບັນ​ດາ​ບັນ​ຫາ​ພ​າກ​ພື້ນຢູ່​ລີ​ບານ, ຊີ​ຣີ, ອີ​ຣັກ… ສ່ວນ​ທ່ານ​ນາງ Federia Mogherini, ເນັ້ນ​ໜັກ​ວ່າ Riyadh ໄດ້​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນການ​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້​ນ. ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ທ່ານ​ນາງ​ຖື​ວ່າ, 2 ຝ່າຍ​ຕ້ອງ​ຍູ້​ແຮງ​ລະ​ບຽ​ບ​ສົມ​ທົບ​ກັນກວ່າ​ອີກ, ເພີື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ໃນ​ຫຼາຍ​ຂົງ​ເຂດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ຝ່າຍ.

ຂ່າວ/ບົດ​ອື່ນ