FDI ລົງທຶນເຂົ້າ ຫວຽດນາມ ໃນປີ 2018 ເກືອບ 35,5 ຕື້ USD

(VOVWORLD) - ກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຮູ້ສະພາບການລວມໃນປີ 2018 ວ່າ: 
FDI ລົງທຶນເຂົ້າ ຫວຽດນາມ ໃນປີ 2018 ເກືອບ 35,5 ຕື້ USD - ảnh 1 (ພາບປະກອບ)

ຍອດທຶນຈົດທະບຽນທີ່ອະນຸຍາດໃໝ່ນີ້ ແມ່ນເພີ່ມຂຶ້ນຕື່ມ ແລະ ໄດ້ປະກອບສ່ວນເຂົ້າໃນການຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ (FDI) ເຂົ້າ ຫວຽດນາມ ບັນລຸເກືອບ 35,5 ຕື້ USD. ໄລ່ມາຮອດວັນທີ 20 ທັນວາ 2018, ທົ່ວປະເທດມີໂຄງການ ທີ່ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນໃໝ່ ເກືອບ 3.050 ໂຄງການ ດ້ວຍຍອດທຶນຈົດທະບຽນທັງໝົດ ເກືອບ 18 ຕື້ USD.

        ຕາມຂົງເຂດການລົງທຶນແລ້ວ, ນັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າໃນ 18 ຂົງເຂດ, ໃນນັ້ນ ຂົງເຂດອຸດສາຫະກຳປຸງແຕ່ງ, ການປະດິດສ້າງ ແມ່ນຂົງເຂດທີ່ດຶງດູດຄວາມສົນໃຈຂອງນັກລົງທຶນຕ່າງປະເທດໄດ້ຫຼາຍທີ່ສຸດ. ຖັດມາ ແມ່ນຂົງເຂດການເຄື່ອນໄຫວທຸລະກິດອະສັງຫາລິມະຊັບ; ທີສາມ ແມ່ນຂົງເຂດຂາຍສົ່ງ, ຂາຍຍ່ອຍ.

        ຕາມຄູ່ຮ່ວມມືລົງທຶນແລ້ວ, ມີ 112 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນຢູ່ ຫວຽດນາມ. ຍີ່ປຸ່ນ ຢືນອັນດັບທີໜຶ່ງ; ສ. ເກົາຫຼີ ຢືນອັນດັບທີສອງ; ສິງກະໂປ ຢືນອັນດັບທີສາມ.

ຕອບກັບ

ຂ່າວ/ບົດ​ອື່ນ