Festival ເຫ້ວ 2018 ສ້າງຄວາມປະທັບໃຈກ່ຽວກັບບັນດາເຂດວັດທະນະທຳພົ້ນເດັ່ນຂອງຫວຽດນາມແລະໂລກ

(VOVWORLD) - ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ; ເຫ້ວ - ຈຸດນັດພົບໜຶ່ງດຽມມີມໍລະດົກ 5 ແຫ່ງ”, Festival ເຫ້ວ ຄັ້ງທີ 10 – 2018 ໄດ້ຈັດຕັ້ງແຕ່ວັນທີ 27 ເມສາ - ວັນທີ 2 ພຶດສະພາ...
Festival ເຫ້ວ 2018 ສ້າງຄວາມປະທັບໃຈກ່ຽວກັບບັນດາເຂດວັດທະນະທຳພົ້ນເດັ່ນຂອງຫວຽດນາມແລະໂລກ - ảnh 1ລາຍການສະແດງສິລະປະທີ່ພິທີອັດ festival 2018

Festival ເຫ້ວ 2018 ໄດ້ດຶງດູດຜູ້ເຂົ້າຮ່ວມເກືອບ 1,2 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວປະມານ 400.000 ເທື່ອຄົນ. ນີ້ແມ່ນຂໍ້ມູນຂ່າວໄດ້ປະກາດໃນການປະຊຸມຂ່າວອັດ Festival ເຫ້ວ 2018 ໂດຍຄະນະກຳມະການປະຊາຊົນແຂວງ ເທື່ອທຽນ ເຫ້ວ ຈັດຕັ້ງໃນຕອນເຊົ້າວັນທີ 3 ພຶດສະພາ.

        ທ່ານ ຫງວຽນຢູງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2018 ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ; ເຫ້ວ - ຈຸດນັດພົບໜຶ່ງດຽມມີມໍລະດົກ 5 ແຫ່ງ”, Festival ເຫ້ວ ຄັ້ງທີ 10 – 2018 ໄດ້ຈັດຕັ້ງແຕ່ວັນທີ 27 ເມສາ - ວັນທີ 2 ພຶດສະພາ, ໄດ້ເຕົ້າໂຮມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ສ້າງຂີດໝາຍຂອງວັດທະນະທຳເຂດພາກທີ່ດີເດັ່ນຂອງ ຫວຽດນາມ ແລະ ໂລກ. ນີ້ແມ່ນໂອກາດເພື່ອໂຄສະນາເຫ້ວ, ນະຄອນວັດທະນະທຳ, ມໍລະດົກ, Festival, ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາເຖິງມະຫາຊົນຢູ່ພາຍໃນ ແລະ ສາກົນຈຸດຍອດຢ້ຽມດ້ານວັດທະນະທຳ, ສິລະປະທີ່ເປັນມູນເຊື້ອ ແລະ ພະລາຊະວັງ ເຫ້ວ, ບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອ ແລະ ທັນສະໄໝ, ມີຄຸນນະພາບສູງທີ່ມາຈາກ 19 ປະເທດໃນໂລກ ພ້ອມກັບປະເທດເຈົ້າພາບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ