G20 ຊອກ​ຫາ​ວີ​ທິ​ແກ້​ໄຂວິ​ກິດ​ການ​ໜີ້​ສິນ

(VOVWORLD) - G20  ເລີ່ມຈັດການປະຊຸມປຶກສາຫາລື ກ່ຽວກັບບັນດາຂໍ້ຕົກລົງສ້າງໂຄງປະກອບໜີ້ສິນຄືນໃໝ່.
G20 ຊອກ​ຫາ​ວີ​ທິ​ແກ້​ໄຂວິ​ກິດ​ການ​ໜີ້​ສິນ - ảnh 1

 (ພາບ: POS-KUPANG.COM/TTXVN)

   ວັນທີ 17 ກໍລະກົດ, ຢູ່ນະຄອນ Gandhinagar, ເມືອງເອກຂອງລັດ Gujarat, ປະເທດອິນເດຍ, ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20)  ໄດ້ເລີ່ມຈັດການປະຊຸມປຶກສາຫາລື ກ່ຽວກັບບັນດາຂໍ້ຕົກລົງສ້າງໂຄງປະກອບໜີ້ສິນຄືນໃໝ່ ກໍ່ຄືບັນດາຂໍ້ຕົກລົງພາສີອາກອນສາກົນຍຸດຕິທຳກ່ວາ ເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດທົ່ວໂລກພວມຊັກຊ້າ. ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ໄດ້ໂຮມປະຊຸມໃນວັນທີ 17-18 ກໍລະກົດ ເພື່ອປຶກສາຫາລືບັນດາເນື້ອໃນຕາມຂອບເຂດລວມ-ຂໍ້ລິເລີ່ມ G20 ຍົກອອກໃນປີ 2020 ເພື່ອຊ່ວຍການຕໍ່ກຳນົດເວລາໜີ້ສິນໃຫ້ແບັນດາປະເທດທຸກຍາກ. 

ຕອບກັບ

ຂ່າວ/ບົດ​ອື່ນ