G20 ຮ່ວມມືຜ່ອນຜັນການຈຳກັດໄປມາ ແລະ ຊຸກຍູ້ພື້ນຖານເສດຖະກິດ

(VOVWORLD) -ບັນດາລັດຖະມົນຕີ G20 ໄດ້ຍອມຮັບຄວາມສຳຄັນຂອງເລື່ອງເປີດປະຕູຊາຍແດນ ແລະ ສົ່ງເສີມບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດ.

G20 ຮ່ວມມືຜ່ອນຜັນການຈຳກັດໄປມາ ແລະ ຊຸກຍູ້ພື້ນຖານເສດຖະກິດ - ảnh 1 ກອງປະຊຸມທາງອອນລາຍພິເສດ

(ພາບ: Twitter)

ວັນທີ 03 ກັນຍາ, ບັນດາລັດຖະມົນຕີກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍພິເສດໂດຍ ຊະອຸດີອາຣາເບຍ ເປັນເຈົ້າພາບຈັດຕັ້ງ, ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຜ່ອນຜັນການຈຳກັດໄປມາ ແລະ ເພີ່ມທະວີການຮ່ວມມືຂ້າມຊາຍແດນ, ພາຍຫຼັງຈັດວາງບັນດາມາດຕະການປິດລ້ອມຍ້ອນໂລກລະບາດໂຄວິດ-19 ເປັນເວລາຫຼາຍເດືອນ ເຊິ່ງໄດ້ເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຖືກຜົນສະທ້ອນຢ່າງໜັກໜ່ວງ.

          ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີ G20 ໄດ້ຍອມຮັບຄວາມສຳຄັນຂອງເລື່ອງເປີດປະຕູຊາຍແດນ ແລະ ສົ່ງເສີມບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດ. ພ້ອມກັນນັ້ນ, ບັນດາລັດຖະມົນຕີຍັງໄດ້ປຶກສາຫາລືກ່ຽວກັບວຽກງານສົມທົບກັນນຳໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂ້າມຊາຍແດນ ເພື່ອແນໃສ່ປົກປ້ອງຊີວິດອິນຊີ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ